2 ສະຖາບັນການເງິນຈຸລະພາກຢູ່ແຂວງຫຼວງພະບາງ ເປີດການບໍລິການຜ່ານລະບົບທະນາຄານ

150

ພິທີເຊັນສັນຍາ ວ່າດ້ວຍການບໍລິການຜ່ານລະບົບທະນາຄານຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກສິນຊັບເມືອງເໜືອ ຈຳກັດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາລາວ ກັບ ທະນາຄານພັດທະນາລາວ ສາຂາແຂວງຫຼວງພະບາງ ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມທະນາຄານພັດທະນາລາວ.

ການເຊັນສັນຍາຄັ້ງນີ້ເປັນການສ້າງບົດບາດການຮ່ວມມືລະຫວ່າງ ທະນາຄານພັດທະນາລາວ ກັບຂົງເຂດສະຖາບັນການເງິນຈຸລະພາກ ດ້ວຍການນໍາເອົາເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການບໍລິການ ປະກອບສ່ວນໝູນໃຊ້ເຂົ້າໃນວຽກງານ, ການຄຸ້ມຄອງພະນັກງານ ແລະ ການຊໍາລະສິນເຊື່ອ ສໍາລັບລູກຄ້າຂອງສະຖາບັນການເງິນຈຸລະພາກ ເປັນຕົ້ນແມ່ນການໃຫ້ບໍລິການຝາກ – ຖອນໃຫ້ແກ່ລູກຄ້າທະນາຄານພັດທະນາລາວ ແນໃສ່ສ້າງຄວາມສະດວກໃຫ້ແກ່ພະນັກງານ ແລະ ລູກຄ້າຂອງແຕ່ລະຝ່າຍໃຫ້ສາມາດດຳເນີນທຸລະກຳທາງດ້ານການເງິນໄດ້ສະດວກ ວ່ອງໄວ ແລະ ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ, ປະກອບສ່ວນກະຕຸກຊຸກຍູ້ປະຊາຊົນຫັນໄປ  ສູ່ການນໍາໃຊ້ລະບົບເອເລັກ  ໂຕຣນິກທີ່ທັນສະໄໝໃນການຊຳລະສະສາງຫຼາຍຂຶ້ນ ຮັບປະກັນຄວາມຖືກຕ້ອງ, ວ່ອງໄວ ແລະ ປອດໄພ.ຮ່ວມລົງນາມໃນພິທີຄັ້ງນີ້ມີ ທ່ານ ສົມແພງ ລັດຕະນະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາແຂວງຫຼວງພະບາງ, ທ່ານ ສັນຕິ ອູ່ສິດທິເດດ ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອ ຈຳກັດ ແລະ ທ່ານ ສຸພົນ ຣາຊພົນ ອຳນວຍການກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາລາວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.