ມີ 85 ບໍລິສັດ ລົງທຶນໃນເຂດພັດທະນາໄຊເສດຖາ ມູນຄ່າ 1,2 ຕື້ໂດລາ

292

ເຂດພັດທະນາກວມລວມໄຊເສດຖາ ມີບໍລິສັດເຂົ້າໄປລົງທຶນແລ້ວ 85 ຫົວໜ່ວຍ ຈາກ 7 ປະເທດ ມີມູນຄ່າການລົງທຶນທັງໝົດ 1,2 ຕື້ໂດລາ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ( ນວ ) ໃນວັນທີ 6 ຕຸລາ 2020 ຜ່ານມາ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫິວ ຫູ ປະທານກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢູນນານຮຸ້ນສ່ວນ ຈຳກັດ.

ໃນໂອກາດດັ່ງກ່າວ ທ່ານ ຫິວ ຫູ ກໍໄດ້ລາຍງານສະພາບຄວາມຄືບໜ້າຂອງການກໍ່ສ້າງໂຄງການເຂດພັດທະນາກວມລວມໄຊເສດຖາ ວ່າ: ສະພາບ ຄວາມຄືບໜ້າການພັດທະນາຂອງໂຄງການເຂດພັດທະນາກວມລວມໄຊເສດຖາ ປັດຈຸບັນເຂດພັດທະນາໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງ ແລະ ປັບໜ້າດິນພຽງໂດຍພື້ນຖານໃນເນື້ອທີ່ 400 ເຮັກຕາ, ພວມດຳເນີນການປະຕິບັດວຽກງານການກໍ່ສ້າງໂຄງການໄລຍະທີ 2 ໂດຍແຜນເປົ້າໝາຍຈະພັດທະນາເປັນເຂດທ່ອງທ່ຽວ, ເຂດການຄ້າ ແລະ ຕົວເມືອງໃໝ່ຂອງ ນວ, ລວມທັງການສະໜອງການຄ້າຂະໜາດນ້ອຍແບບຄົບຊຸດ, ສ້າງເສັ້ນທາງດາໂລລວມ ແລະ ການຟື້ນຟູເສັ້ນທາງສີຂຽວ, ການກໍ່ສ້າງລະບົບສະໜອງໄຟຟ້າ ແລະ ນ້ຳປະປາທີ່ທັນສະໄໝ, ຈຸດກວດກາດ່ານພາສີ, ອ່າງບຳບັດນ້ຳເປື້ອນ, ທີ່ພັກອາໄສ, ໂຮງງານ ແລະ ລະບົບການບໍລິການຂອງຕົວເມືອງທັນສະໄໝ ແລະ ອື່ນໆອີກ ເຊິ່ງເປັນການຍົກລະດັບເປັນພື້ນຖານເທສະບານເມືອງໃໝ່ແບບຄົບຊຸດ.

ພ້ອມນັ້ນ, ສຳເລັດມູນຄ່າການລົງທຶນແມ່ນ 1,3 ຕື້ໂດລາ, ສໍາເລັດການພັດທະນາໂຄງລ່າງພື້ນຖານໃນມູນຄ່າ 600 ລ້ານໂດລາ, ມູນຄ່າການລົງທຶນຂອງວິສາຫະກິດ ທັງໝົດ 700 ລ້ານໂດລາ ເຊິ່ງຖືວ່າເປັນເຂດໜຶ່ງທີ່ສຳເລັດການພັດທະນາການບໍລິການທາງດ້ານພື້ນຖານແບບສົມບູນໃນລາວ.

ປັດຈຸບັນ ບັນດາວິສາຫະກິດທີ່ເຂົ້າມາຈົດທະບຽນ ແລະ ລົງທຶນຢູ່ໃນເຂດພັດທະນາ ມີທັງໝົດ 85 ຫົວໜ່ວຍ ທີ່ມາຈາກ 7 ປະເທດໃນພາກພື້ນ ຄື: ສປ ຈີນ, ໄທ, ຍີ່ປຸ່ນ ແລະ ອື່ນໆ ມູນຄ່າການລົງທຶນຂອງວິສາຫະກິດ ທັງໝົດ 1,2 ຕື້ໂດລາ ໂດຍມີໂຄງການທີ່ສຳຄັນ ຄື: ບໍລິສັດ ເປໂຕຣເຄມີລາວ ຈຳກັດ, ສຳນັກງານໃຫຍ່ຂອງບໍລິສັດທາງລົດໄຟລາວ – ຈີນ, ບໍລິສັດ ໂຮຢາ, ບໍລິສັດ ຄວາມຫວັງໃໝ່, ບໍລິສັດ ຜະລິດຢາສູບຫົງຖາ, ບໍລິສັດ ກວດສອບຄຸນນະພາບ ແລະ ທົດສອບວິສະວະກໍາກໍ່ສ້າງລາວ ຈຳກັດ, ບໍລິສັດ ສື່ສານ ແລະ ເຕັກໂນໂລຊີ ຈຳກັດ, ບໍລິສັດ ອີດີໂກຜະລິດເຄື່ອງນຸ່ງຫົ່ມ, ບໍລິສັດ ຜະລິດອຸປະກອນໄຟຟ້າ, ບໍລິສັດ ຜະລິດຢາ, ບໍລິສັດ ປຸງແຕ່ງຜະລິດຕະພັນກະສິກຳ, ບໍລິສັດການຄ້າວັດສະດຸກໍ່ສ້າງ, ບໍລິສັດ ຂົນສົ່ງ ແລະ ອື່ນໆ ລວມທັງໝົດ 8 ຂະແໜງການທີ່ສໍາຄັນ, ໃນນັ້ນມີ ບໍລິສັດໂຮຢາ, ຄວາມຫວັງໃໝ່, ອີດີໂກຜະລິດເຄື່ອງນຸ່ງຫົ່ມ, ກວດສອບຄຸນນະພາບ ແລະ ທົດສອບວິສະວະກໍາກໍ່ສ້າງລາວ ໄດ້ດຳເນີນການຜະລິດ ແລະ ການບໍລິການຢ່າງເປັນທາງການ, ສ່ວນບໍລິສັດ ເປໂຕຣເຄມີລາວ, ບໍລິສັດ ສື່ສານ ແລະ ເຕັກໂນໂລຊີ ແລະ ບໍລິສັດຜະລິດຢາ ແມ່ນຈະໄດ້ເລີ່ມທໍາການຜະລິດໃນທ້າຍປີນີ້ ຄາດວ່າບັນດາວິສາຫະກິດດໍາເນີນການຜະລິດທັງໝົດ ມູນຄ່າສະເລ່ຍພາຍໃນປີໜຶ່ງແມ່ນ 1,8 ຕື້ໂດລາ ແລະ ສາມາດສ້າງວຽກເຮັດງານທຳຫຼາຍກວ່າ 10.000 ຄົນ.

ທ່ານ ຫິວ ຫູ ຍັງໄດ້ກ່າວວ່າ: ກຸ່ມບໍລິສັດລົງທຶນ ແຂວງຢູນນານຂອງເຮົາ ຕ່າງກໍໄດ້ຕັ້ງໜ້າເປັນແຮງໜຶ່ງໃນການຮ່ວມພັດທະນາຕະຫຼາດເສດຖະກິດຢູ່ໃນ ສປປ ລາວ ມາເກືອບ 20 ກວ່າປີ, ປັດຈຸບັນບໍລິສັດໄດ້ເພີ່ມການລົງທຶນຢ່າງໃຫຍ່ຫຼວງຢູ່ໃນລາວ ເຊິ່ງມີຫຼາຍໂຄງການທີ່ພວມດຳເນີນການກໍ່ສ້າງ ຄື: ໂຄງການທາງດ່ວນລາວ – ຈີນ, ໂຄງການເຂດພັດທະນາກວມລວມໄຊເສດຖາ ແລະ ໂຄງການໂຮງງານກັ່ນນ້ຳມັນ ແລະ ໂຄງການອື່ນໆ ເຊິ່ງເປັນໂຄງການຮ່ວມມືທີ່ມີຄວາມໝາຍ ຄວາມສຳຄັນໃຫ້ແກ່ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ – ຈີນ.