ເມືອງວຽງທອງ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 127 ກໍລະນີ

164

ທ່ານ ດຣ. ບຸນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ລາຍງານສະພາບການລະບາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ຕໍ່ນັກຂ່າວຂອງເມືອງ ວ່າ: ນັບແຕ່ເດືອນມັງກອນ ມາຈົນຮອດວັນທີ 5 ຕຸລາ 2020 ນີ້ ທົ່ວເມືອງວຽງທອງ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທັງໝົດ 127 ກໍລະນີ ເກີດຢູ່ໃນ 20 ບ້ານ. ໃນນັ້ນ, ບ້ານທີ່ມີກໍລະນີຫຼາຍກວ່າໝູ່ແມ່ນ ບ້ານຈອມທອງ ຈໍານວນ 36 ກໍລະນີ, ບ້ານຫີນໂງ່ນ 23 ກໍລະນີ, ບ້ານນໍ້າຢ້າງ 13 ກໍລະນີ.

ປັດຈຸບັນຜູ້ຕິດເຊື້ອແມ່ນໄດ້ຜ່ານການປິ່ນປົວດີເປັນສ່ວນຫຼາຍ ແລະ ຍັງນອນປິ່ນປົວຢູ່ໂຮງໝໍເມືອງ ຈໍານວນ 4 ຄົນ, ການປິ່ນປົວອາການແມ່ນດີຂຶ້ນຕາມລໍາດັບ, ກໍລະນີເສຍຊີວິດແມ່ນບໍ່ມີ.

ເພື່ອເປັນການສະກັດກັ້ນ, ຕ້ານພະຍາດໄຂ້ຍຸງລາຍ ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັກສາສຸຂະພາບ ດ້ວຍການນອນໃນມຸ້ງ ເພື່ອບໍ່ໃຫ້ຍຸງກັດ, ທີມງານຫ້ອງການສາທາລະນະສຸກເມືອງ ກໍໄດ້ລົງເຄື່ອນໄຫວສຸກຂະສຶກສາເຖິງຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ໃຫ້ປະຊາຊົນບັນດາເຜົ່າແຕ່ລະບ້ານໃຫ້ຮູ້ປ້ອງກັນ, ເວລາເຈັບເປັນໃຫ້ໄປກວດຢູ່ໂຮງໝໍເມືອງ ຫຼື ສຸກສາລາ ແລະ ເຂົ້າຮັບການປິ່ນປົວຢ່າງຖືກວິ ທີ, ໄດ້ລົງສີດພົ່ນຢາຂ້າຍຸງຢູ່ພາຍໃນ 2 ບ້ານ ຄື: ບ້ານຈອມທອງ ແລະ ບ້ານຫີນໂງ່ນ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມຫຼັກການ 5 ປ ຂອງກະຊວງສາທາລະນະສຸກວາງອອກ.