ເຈົ້າເມືອງໂຂງ ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ກຸ່ມ ໂສດ

131

ທ້າຍອາທິດທີ່ຜ່ານມາ ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ກຸ່ມ ໂສດ; ພ້ອມໄດ້ເນັ້ນໜັກໃຫ້ອຳນາດການປົກຄອງ ແລະ ພະນັກງານຫັນລົງກໍ່ສ້າງຮາກຖານການເມືອງທີ່ປະຈຳຢູ່ກຸ່ມ ຈົ່ງໄດ້ຖືເອົາບັນຫາການເມືອງແນວຄິດເປັນກົກ ແລະ ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນຮັບຮູ້ລະບຽບກົດໝາຍ ພ້ອມປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນການສ້າງສາພັດທະນາປະເທດຊາດ.

ທ່ານ ຈັນສະໝອນ ໄຊປະເສີດ ເລຂາຄະນະພັກຮາກຖານກຸ່ມ ໂສດ ລາຍງານໃຫ້ຮູ້ກ່ຽວກັບສະພາບ ແລະ ຈຸດພິເສດວ່າ: ໃນທົ່ວກຸ່ມມີ 5 ບ້ານຂຶ້ນກັບ, ປະກອບມີຈຳນວນຫຼັງຄາເຮືອນທັງໝົດ 784 ຫຼັງ, ມີຈຳນວນ 818 ຄອບຄົວ, ມີຈຳນວນພົນລະເມືອງທັງໝົດ 5 ພັນກວ່າຄົນ ຍິງ 2 ພັນກວ່າຄົນ, ປະຊາຊົນສ່ວນໃຫຍ່ແມ່ນຖືເອົາອາຊີບປູກ  ຝັງ – ລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນອາຊີບສຳຮອງ, ພາຍໃນກຸ່ມມີສັດໃຫຍ່ປະເພດຄວາຍທັງໝົດ 200 ກວ່າໂຕ, ງົວ 3 ພັນກວ່າໂຕ, ໝູເກືອບ 2 ພັນໂຕ, ແບ້ 100 ກວ່າໂຕ ແລະ ອື່ນໆ. ຜ່ານມາຄະນະພັກໄດ້ເອົາໃຈໃສ່ຊີ້ນຳໆພາວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ເຊິ່ງສາມາດປະຕິບັດໄດ້ 70 ລ້ານກວ່າກີບ, ທົ່ວກຸ່ມມີກອງທຶນເງິນທ້ອນ 2 ກອງທຶນ ແລະ ມີເງິນທ້ອນທັງໝົດ 2 ຕື້ກວ່າກີບ.

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ກຸ່ມໂສດຄັ້ງນີ້ ທ່ານເຈົ້າເມືອງໂຂງ ກໍໄດ້ນຳເອົານ້ຳດື່ມ ແລະ ອາຫານແຫ້ງຈຳນວນໜຶ່ງໄປມອບໃຫ້ກັບທະຫານຊາຍແດນ ກອງ 526. ທັງນີ້, ກໍເພື່ອເປັນຂວັນກຳລັງໃຈໃຫ້ກັບອ້າຍນ້ອງທະຫານທີ່ປະຈຳຊາຍແດນປະຕິບັດໜ້າທີ່ປ້ອງກັນຊາຍແດນ ເຮັດໃຫ້ສະພາບຕາມຊາຍແດນມີຄວາມສະຫງົບ.

[ ຂໍ້ມູນ: ພຸດທະສິນ ວົງວິໄລທອງ ]