ອັດຕະປື ຍົກສູງບົດບາດການເປັນເສນາທິການໃຫ້ແກ່ການນຳ

87

ຫ້ອງວ່າການປົກຄອງແຂວງ ອັດຕະປື ໄດ້ຈັດພິທີຝຶກອົບຮົມການເປັນເສນາທິການແກ່ການນຳ ຂຶ້ນໃນວັນທີ 5 ຕຸລາ 2020 ໃຫ້ພະນັກງານຫ້ອງວ່າການ ປົກຄອງແຂວງ ແລະ ປົກຄອງ 5 ເມືອງເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຫົວໜ້າຫ້ອງວ່າການປົກຄອງແຂວງ.

ທ່ານ ທະນູໄຊ ບັນຊາລິດ ໄດ້ກ່າວວ່າ: ການເປີດຝຶກອົບຮົມໃຫ້ພະນັກງານຫ້ອງວ່າການປົກຄອງແຂວງ ແລະ ເມືອງໃນຄັ້ງນີ້ກໍເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານທີ່ເຮັດວຽກເປັນເສນາທິການ ທັງເປັນການຝຶກທັກສະ ແລະ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຄ່ອງຕົວ ໂດຍຕິດພັນກັບຂໍ້ແຂ່ງຂັນຮັກຊາດພັດທະນາ 3 ດີ 4 ມີ ແລະ 5 ສ ເປັນຕົ້ນ: ເປັນເສນາທິການທີ່  ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິຫານບໍລິການທີ່ດີ ແລະ ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ການຈັດຕັ້ງທີ່ປອດໃສ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ມີຄວາມຮັ່ງມີເຂັ້ມແຂງຮອບດ້ານ ແລະ ມີ ຄວາມສະອາດສວຍງາມ ພ້ອມທັງປະຕິບັດ 5 ສ ໃຫ້ເປັນປະຈຳ ໂດຍສະເພາະ: ສະສາງ, ສະດວກ, ສະອາດ, ສຸຂະລັກສະນະ ແລະ ສ້າງນິດໄສ.

ສຳລັບການຝຶກອົບຮົມໃນຄັ້ງນີ້ ໄດ້ກຳນົດເອົາ 2 ຫົວຂໍ້ ໃຫຍ່ ຄື: ວຽກງານຄົ້ນຄວ້າສັງລວມ ແລະ ບໍລິຫານພິທີການໃຫ້ແກ່ການນຳ ແລະ ວຽກງານຈັດການ ແລະ ກວດກາ ເຊິ່ງການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 4 ວັນ ຈຶ່ງຈະສຳເລັດ.

[ ຂໍ້ມູນ: ສຸດໃຈ ໄຊຍະບຸນຮາຍ ]