ສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງຂົວຂ້າມຫ້ວຍເຊືອກ

0
257

ທ່ານ ແອັດໂຊ ຜູ້ຊ່ຽວຊານທີ່ມາຈາກປະເທດຍີ່ປຸ່ນ ທັງແມ່ນຜູ້ເກັບກຳຂໍ້ມູນການກໍ່ສ້າງໂຄງການ 4 ແຂວງພາກໃຕ້ ໄດ້ເດີນທາງມາເມືອງລະຄອນເພັງ ແຂວງສາລະວັນ ໃນວັນທີ 1 ຕຸລາ 2020 ເປັນກຽດຕ້ອນຮັບມີ ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ, ມີປະຊາຊົນພາຍໃນ 3 ບ້ານ ຄື ບ້ານດ່ານໃຫຍ່, ບ້ານດ່ານນ້ອຍ ແລະ ບ້ານຄໍາເຕີຍ ເຂົ້າຮ່ວມ.

ໃນການລົງມາຄັ້ງນີ້ການນໍາຂັ້ນສູງຂອງເມືອງ ພ້ອມດ້ວຍທີມງານ ໄດ້ນຳພາ ທ່ານ ແອັດໂຊ ຜູ້ຊ່ຽວຊານ, ຕາງໜ້າໃຫ້ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ເດີນສໍາຫຼວດສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງຂົວຂ້າມຫ້ວຍເຊືອກ ລະຫວ່າງ ບ້ານດ່ານໃຫຍ່ ຂ້າມຫາ ບ້ານດ່ານນ້ອຍ, ບ້ານຄໍາເຕີຍ ແລະ ບ້ານອື່ນໆ ທີ່ມີເສັ້ນທາງຕິດຈອດຊອດໃສ່ກັນ, ແຜນການກໍ່ສ້າງຂົວເຫຼັກຄັ້ງນີ້ແມ່ນຕ້ອງໃຊ້ເວລາເລືອກບ່ອນທີ່ມັນເໝາະສົມໄດ້ມາດຕະຖານຕາມແລວທາງ. ທັງນີ້, ກໍເພື່ອໃຫ້ອົງການຈັດຕັ້ງ, ພໍ່ແມ່ປະຊົນສະດວກສະບາຍໃນການສັນຈອນແລກປ່ຽນຊື້ – ຂາຍສິນຄ້າ, ຂົວຂ້າມຫ້ວຍເຊືອກມີລວງຍາວ 42 ແມັດ, ລວງ ກວ້າງ 3,6 ແມັດ, ໃຊ້ມູນຄ່າທັງໝົດ 1 ຕື້ກວ່າກີບ.

ໃນຂະນະດຽວກັນ ທີມງານຍັງເດີນທາງໄປເບິ່ງຂົວອູ່ຂ້າມຫ້ວຍເຊືອກ ລະຫວ່າງ ບ້ານໂພນສູງ ຫາ ບ້ານໜອງອ່ຽນ, ພ້ອມດຽວກັນນັ້ນຍັງໄດ້ເດີນທາງມາທີ່ສູນຫັດຖະກຳຈັກສານຫວາຍ – ໄມ້ປ່ອງ ບ້ານແບ່ງດ່ານ ໃນການປຶກສາຫາລືຊອກຫາຕະຫຼາດ ເພື່ອສົ່ງອອກພາຍໃນປະເທດ ແລະ ຕ່າງປະເທດ ເຮັດໃຫ້ຫັດຖະກຳຈັກສານທີ່ເຮັດດ້ວຍຫວາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນມີຄວາມຍືນຍົງ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ຂໍ້ມູນ: ສຸກໄຊ ມະໂນທໍາ )

LEAVE A REPLY

Please enter your comment!
Please enter your name here