ມ່ວນແນ່ນອນ ນວ ຮ່ວມສາຍ ຄໍາມ່ວນ ບານເຕະທົ່ວປະເທດ ຊີງຂັນວັນຊາດ ແຊັມໄດ້ 100 ລ້ານກີບ

100

ການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໄດ້ຈັບສະຫຼາກແບ່ງສາຍຢ່າງເປັນທາງການ ເມື່ອວັນທີ 7 ຕຸລາ 2020 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໂດຍຜົນການຈັບສະຫຼາກມີດັ່ງນີ້ິ້:

#ທີມຊາຍມີທີມເຂົ້າຮ່ວມ 18 ທີມ ( 1 ນະຄອນຫຼວງ ແລະ 17 ແຂວງ ) ປະກອບມີ:
-ສາຍ ກ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ( ນວ ) ເຈົ້າພາບ ແລະ ແຂວງຊຽງຂວາງ
-ສາຍ ຂ: ແຂວງຈໍາປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງຜົ້ງສາລີ ແລະ ແຂວງເຊກອງ

-ສາຍ ຄ: ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ , ແຂວງຫຼວງພະບາງ ແລະ ແຂວງອັດຕະປື
-ສາຍ ງ: ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ແຂວງບໍລິຄໍາໄຊ ແລະ ແຂວງຫົວພັນ

#ທີມຍິງປະກອບມີ 8 ທີມຜົນການຈັບສະຫຼາກມີດັ່ງນີ້:
-ສາຍ ກ: ແຂວງຊຽງຂວາງ, ແຂວງຈໍາປາສັກ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ
-ສາຍ ຂ: ແຂວງສະຫວັນນະເຂດ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ

ສໍາລັບ ການແຂ່ງຂັນຈະແຂ່ງຂັນລະຫວ່າງວັນທີ 7-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ຂັນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ. ນອກນັ້ນ ກໍຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຄູຝຶກດີເດັ່ນ ແລະ ອື່ນໆ.

ຂ່າວ: ຄໍາສອນ; ຮູບ: ທະນັນເສນ