ໂຄວິດເປັນເຫດ! ການກໍ່ສ້າງໂຮງໝໍກະເສມຣາດຊ້າກວ່າແຜນ, ດ້ານຜູ້ລົງທຶນບອກຂໍໃຫ້ອົດໃຈຖ້າອີກຈັກໜ່ອຍ

89

ກ່ອນໜ້ານີ້ແອັດມິນເຄີຍນໍາສະເໜີຄວາມຄືບໜ້າກ່ຽວກັບໂຄງການກໍ່ສ້າງໂຮງໝໍກະເສມຣາດ ອິນເຕີເນຊັ້ນແນວ ວຽງຈັນ ທີ່ມີແຜນຈະສ້າງໃຫ້ສໍາເລັດພາຍໃນປີ 2020 ແລະ ເປີດບໍລິການພາຍໃນໄຕມາດທໍາອິດຂອງປີ 2021. ແຕ່ພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ແຜນທີ່ວາງໄວ້ກໍ່ເລີ່ມສະດຸດ, ທຸກຢ່າງເລີ່ມຊ້າລົງ ຂະນະທີ່ເຈົ້າຂອງໂຄງການບອກ ຫາກທຸກຢ່າງເລີ່ມລົງຕົວ ຫວັງໄດ້ເປີດບໍລິການໃນປີ 2021ນີ້.

ໂຮງໝໍກະເສມຣາດ ອິນເຕີເນຊັ້ນແນວ ວຽງຈັນ ມີງົບປະມານການລົງທຶນເຖິງ 60 ລ້ານໂດລາ ຫຼື ປະມານ 480 ຕື້ກີບ ດ້ວຍຄວາມໃຫຍ່ 254 ຫ້ອງນອນ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ເຊິ່ງກ່ອນໜ້ານີ້ເຈົ້າຂອງໂຄງການຢືນຢັນທ້າຍປີ 2020 ນີ້ຈະໃຫ້ສຳເລັດ ແລະ ຄາດວ່າຈະເປີດໃຫ້ບໍລິການຕົ້ນປີ 2021 ແຕ່ກໍ່ມາພົບວິກິດຈາກພະຍາດໂຄວິດ-19 ເສຍກ່ອນ ຈຶ່ງເຮັດໃຫ້ທຸກຢ່າງທີ່ວາງໄວ້ບໍ່ເປັນໄປຕາມແຜນ.

ດ້ານທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມລົງທຶນຝ່າຍລາວຂອງໂຮງໝໍດັ່ງກ່າວ ກໍໄດ້ອອກມາເຜີຍຄວາມຄືບໜ້າການກໍ່ສ້າງໂຮງໝໍດັ່ງກ່າວໃນວັນທີ 7 ຕຸລາ 2020 ຜ່ານເຟສບຸກສ່ວນຕົວວ່າ: ໂຄ້ງສຸດທ້າຍແລ້ວ ອີກອຶດໃຈດຽວ ສູ້ໆ; ຖ້າບໍ່ຄາໂຄວິດ ເດືອນນີ້ຄົງໄດ້ເລີ່ມຕິດຕັ້ງເຄື່ອງມືແພດແລ້ວ ເລີ່ມຮັບເອົາພະນັກງານຈຳນວນໜຶ່ງໄປຝຶກວຽກຢູ່ໂຮງຫມໍກະເສມຣາດທີ່ປະເທດໄທແລ້ວ, ລະບົບ IT ຕ່າງໆອາດເກືອບແລ້ວຫມົດແລ້ວ ແລະຄົງໄດ້ທົດສອບລະບົບຄົບຊຸດຕາມແຜນແລ້ວ ແລະຄົງອາດໄດ້ເປີດບໍລິການຕາມແຜນ.

ແຕ່ຍ້ອນພະຍາດໂຄວິດ-19 ມາໃສ່ດີສເບກເຮົາຢ່າງແຮງ ເຮັດໃຫ້ທຸກຢ່າງຊ້າອອກໄປຫມົດ ປັບແຜນນຳກໍບໍ່ທັນ ເຖິງແນວໃດກໍ່ຕາມຖ້າຫາກນາຍຊ່າງໃຫຍ່ເຂົ້າມາໄດ້, HR ເຂົ້າມາສຳພາດຮັບພະນັກງານໄດ້ ປີຫນ້າໄດ້ເປີດບໍລິການແນ່ນອນ ໃຫ້ທຸກຄົນອົດໃຈຖ້າ.

ຂອບໃຈຮູບຈາກ: Valy Vsp