ຂົ້ວຕັບພິກໄທດຳໃສ່ຜັກສະນາລີ້

117

ຊ່ວງນີ້ອາກາດມີການປ່ຽນແປງຢູ່ຕະຫຼອດເຮັດໃຫ້ສຸຂະພາບຂອງທ່ານປັບຕົວບໍ່ທັນກໍອາດຈະເຮັດໃຫ້ບໍ່ສະບາຍໄດ້ງ່າຍ ແລະ ອາການທີ່ມັກເປັນຫຼາຍກໍແມ່ນໄຂ້ຫວັດ ມື້ນີ້ເຮົາກໍໄດ້ນຳເອົາສູດເມນູ ຂົ້ວຕັບພິກໄທດຳໃສ່ຜັກສະນາລີ້ ມາໃຫ້ທ່ານໄດ້ເອົາໄປລອງເຮັດຮັບປະທານເບິ່ງ ອາດຈະເປັນທາງເລືອກໜຶ່ງທີ່ຄົນມັກເປັນຫວັດ ແລະ ມັກກິນຕັບນັ້ນຈະຖືກໃຈຢ່າງແນ່ນອນ.

ສ່ວນປະສົມປະກອບມີ ຕັບໝູ, ນົມສົດ, ຜັກສະນາລີ້, ກະທຽມສັບ, ພິກໄທດຳ, ເຄື່ອງປຸງລົດຊາດ, ນ້ຳຕານຊາຍ, ນ້ຳມັນຫອຍ ແລະ ນ້ຳດື່ມສະອາດ.

ວິທີປຸງແຕ່ງ

1 ຕັ້ງໝໍ້ກະທະໃສ່ນ້ຳມັນ ໝໍ້ກະທະຮ້ອນກໍໃສ່ກະທຽມລົງໄປຈຽວໃຫ້ຫອມ ໃສ່ຕັບທີ່ໝັກນົມສົດລົງໄປ.

2 ປຸງລົດຊາດໂດຍໃສ່ເຄື່ອງປຸງລົດ ພິກໄທດຳ ນ້ຳຕານຊາຍ ນ້ຳມັນຫອຍ ແລະນ້ຳດື່ມສະອາດ ຫຼັງຈາກນັ້ນໃສ່ຜັກສະນາລີ້ ຂົ້ວຈົນສຸກ ແລະ ມີກິນຫອມ ຈັດຈານພ້ອມເສີບກັບເຂົ້າຮ້ອນໆໄດ້.

ເມນູທີ່ເຮັດງ່າຍ ຕ້ານໄຂ້ຫວັດໄດ້ພ້ອມ ຢ່າລືມລອງນຳໄປເຮັດກິນເບິ່ງເດີ້.