5 ຂໍ້ຫ້າມ ທີ່ບໍ່ຄວນເຮັດຫຼັງກິນອາຫານ ເພື່ອສຸຂະພາບທີ່ດີ

136

ຫຼັງຈາກຮັບປະທານອິ່ມໃນແຕ່ລະຄາບ ມີຂໍ້ຫ້າມທີ່ບໍ່ຄວນເຮັດ ຫຼື ຄວນຫຼີກລຽງຢູ່ຫຼາຍປະການ ເພາະສົ່ງຜົນເສຍຕໍ່ສຸຂະພາບໄດ້ ແລະ ນີ້ກໍຄື ຂໍ້ຫ້າມທີ່ຄວນຫຼີກລຽງຫຼັງຄາບເຂົ້າ ຖ້າບໍ່ຢາກສ່ຽງຕໍ່ການເຈັບປ່ວຍ.

1 ຢ່າດື່ມນ້ຳຫວານ ຫຼື ກິນໝາກໄມ້ທີ່ມີແກັສຫຼາຍທັນທີ

ການດື່ມນ້ຳຫວານຫຼັງກິນອິ່ມຈະມີແກັສກາສກາກໂບນິກທີ່ມາລົບກວນການຍ່ອຍຂອງອາຫານຢ່າງຫຼວງຫຼາຍ ແລະ ການກິນໝາກໄມ້ທີ່ມີແກັສຫຼາຍຫຼັງຄາບເຂົ້າ ກໍເປັນສິ່ງທີ່ບໍ່ຄວນເຮັດເພາະຈະເຮັດໃຫ້ທ້ອງອືດ ທ້ອງເຟີ້ ແລະ ມີລົມໃນກະເພາະອາຫານ ຄວນເລືອກກິນເປັນໝາກໄມ້ຍ່ອຍງ່າຍ ເຊັ່ນ: ໝາກໂມ, ໝາກກ້ຽງ ແລະ ໝາກໄມ້ທີ່ມີແກັສຫຼາຍ ໂດຍສະເພາະ ໝາກຖົ່ວລຽນ.

2 ຢ່າດື່ມຊາທີ່ມີຄວາມເຂັ້ມຫຼາຍທັນທີ

ການດື່ມຊາທີ່ມີຄວາມເຂັ້ມຫຼາຍ ຈະມີຜົນເຮັດໃຫ້ກະເພາະອາຫານດູດຊຶມອາຫານໄດ້ໜ້ອຍລົງ ເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກຜິດປົກກະຕິ ເຊິ່ງຈະເຮັດໃຫ້ທ້ອງຜູກໄດ້ ທາງທີ່ດີຄວນຈະດື່ມຊາຫຼັງຮັບປະທານອາຫານໄປແລ້ວປະມານ 2-3 ຊົ່ວໂມງ.

3 ຢ່າຟ້າວອາບນ້ຳຫຼັງກິນອິ່ມ

ຫຼາຍຄົນເຊື່ອວ່າຈະສົ່ງຜົນໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມທີ່ ເຊິ່ງຖ້າຕ້ອງການອາບນ້ຳ ຄວນອາບຕອນທີ່ອາຫານເລີ່ມຍ່ອຍປະມານ 1-2 ຊົ່ວໂມງ ການອາບນ້ຳຫຼັງກິນເຂົ້າໃນບາງຄົນອາດເກີດອາການຈຸກ ຫຼື ມີຜົນເຮັດໃຫ້ທ້ອງອືດດຸ ເຊິ່ງບໍ່ເປັນຜົນດີກັບຮ່າງກາຍເລີຍ ແລະ ການທີ່ທ້ອງອືດຕະຫຼອດ ຍັງສົ່ງຜົນເຮັດໃຫ້ລຳໄສ້ອັກເສບໄດ້ງ່າຍອີກ.

4 ຢ່າອອກກຳລັງກາຍທັນທີ

ການອອກກຳລັງກາຍຈຳເປັນຕ້ອງໃຊ້ພະລັງງານໃນຮ່າງກາຍ ເຊິ່ງໃນຂະນະທີ່ກະເພາະກໍຍັງເຮັດການຍ່ອຍອາຫານຢູ່ ປະສິດທິພາບໃນການເຮັດວຽກທັງໝົດທຸກສ່ວນໃນຮ່າງກາຍ ຖ້າຫາກເຮັດພ້ອມກັນແບບນີ້ບໍ່ດີແນ່ນອນ ສະນັ້ນ ຫຼັງກິນອາຫານຄວນພັກຜ່ອນເລັກນ້ອຍ ແລະ ບໍ່ຄວນອອກກຳລັງກາຍທັນທີ.

5 ຢ່ານອນທັນທີ

ການນອນທັນທີຫຼັງກິນອາຫານແລ້ວ ຈະເຮັດໃຫ້ເກີດລົມ ຫຼື ແກັສໃນທາງເດີນອາຫານໄດ້ ແລະ ເຮັດໃຫ້ທ້ອງອືດ ອີກທັງຍັງເຮັດໃຫ້ເກີດກົດໄຫຼຍ້ອນອີກ ດັ່ງນັ້ນ ຖ້າຈະນອນຄວນເວັ້ນໄລຍະເວລາຫຼາຍກວ່າ 3 ຊົ່ວໂມງຂຶ້ນໄປຫຼັງກິນອິ່ມ.