ອິນສະຕາແກຣມ ເພີ່ມຟີເຈີ້ໃໝ່ຫຼາຍອັນ ສະຫຼອງວັນເກີດ ຄົບຮອບ 10 ປີ

132

ພວກເຮົາມາເບິ່ງນຳກັນວ່າ ຜູ້ຊົມໃຊ້ Instagram ຊ່ວຍປ່ຽນໂລກໄດ້ແນວໃດ?, ໃຜຈະຄາດເດົາໄດ້ວ່າໃນປີ 2014 ນັກອາວະກາດ ສະຕີເວັນ ອາ.ສະວານສັນ ( Steven R.Swanson ) ຈະແບ່ງປັນພາບທໍາອິດທີ່ຖ່າຍຈາກນອກໂລກ, ບີອອນເຊ ( Beyonce ) ປະກາດໃຫ້ຄົນທົ່ວໂລກຕົກໃຈດ້ວຍຮູບຖືພາຂອງນາງ ເຊິ່ງເປັນພາບທີ່ໜ້າຈົດຈໍາ; ສັນຕະປະປາ ກໍເຂົ້າມາເປັນສ່ວນໜຶ່ງເຊັ່ນກັນ, ໃນຂະນະທີ່ກາເຟ Dalgona ໄດ້ຮັບຄວາມນິຍົມໃນໄລຍະຈຳກັດບໍລິເວນ ໂດຍຊຸມຊົນຜູ້ຊົມໃຊ້ກວ່າ 1 ຕື້ຄົນທົ່ວໂລກ, ພວກເຮົາກໍໄດ້ສັງເກດເຫັນວິທີທີ່ຄົນທົ່ວໂລກເອີ້ນກັນຊຸມນຸມເພື່ອຊ່ວຍເຫຼືອກັນ ແລະ ເຊື່ອມຕໍ່ຫາກັນ, ດ້ວຍຫົວຂໍ້ທີ່ກ່າວເຖິງບັນຫາສັງຄົມ ແລະ ໄດ້ຊຸກຍູ້ສົ່ງເສີມຂະບວນການເຊັ່ນ #blacklivesmatter, #metoo, #lovewins ແລະ ອື່ນໆ.

ໃນໂອກາດຄົບຮອບ 10 ປີ ອິນສະຕາແກຣມ ກໍໄດ້ອັບເດດຟີເຈີ້ຫຼາຍອັນຂຶ້ນມາ ເຊັ່ນ:

  • ແຜນທີ່ Stories: ເປັນຕາຕະລາງ ແລະ ແຜນທີ່ສ່ວນຕົວສໍາລັບ story ທີ່ທ່ານໄດ້ແບ່ງປັນໃນໄລຍະ 3 ປີທີ່ຜ່ານມາ ເພື່ອໃຫ້ທ່ານສາມາດກັບໄປເບິ່ງຄືນໂອກາດ ແລະ ເວລາດີໆທີ່ຜ່ານມາ, ທ່ານສາມາດແບ່ງປັນ, ດາວໂຫຼດ ແລະ ບັນທຶກເລື່ອງລາວພວກນີ້ໄວ້ໃນ highlights.
  • ເຊີໄພ້ໃນແອັບ – ບອກເຮົາແນ່! ຖ້າທ່ານຄົ້ນພົບມັນແລ້ວ.
  • ອັບເດດສະຫວັດດີພາບ:

ການສ້າງປະສົບການທາງບວກໃຫ້ກັບຜູ້ຊົມໃຊ້ໃນໂລກ IG, ນອກຈາກນີ້ Instagram ຍັງໃຫ້ຄວາມສໍາຄັນກັບການສ້າງປະສົບການທາງບວກໃຫ້ກັບຜູ້ໃຊ້ ໂດຍການເພີ່ມຟີເຈີ້ ແລະ ຕົວຈັດການເນື້ອຫາທີ່ກໍ່ໃຫ້ເກີດການໂຕ້ຕອບດ້ານລົບ ລວມເຖິງການຮັບມືກັບປະເດັນການຂົ່ມເຫັງຄຸກຄາມໃນຂະນະທີ່ບໍລິບົດໂລກໄດ້ປ່ຽນໄປທັງໝົດໃນປີນີ້ Instagram ຍັງໃຫ້ຄວາມມຸ່ງໝັ້ນໃນການເປັນຜູ້ນໍາ, ໃນການຕໍ່ສູ້ກັບບັນຫາການຂົ່ມເຫັງໃນໂລກອອນລາຍ ໂດຍຜູ້ໃຊ້ສາມາດໃຊ້ຟີເຈີ້ໃໝ່ນີ້ດ້ວຍການ:

  • ເຊື່ອງຄວາມຄິດເຫັນທີ່ມີການຂົ່ມເຫັງ: Instagam ໄດ້ທົດສອບຟີເຈີ້ອັດຕະໂນມັດ ເພື່ອເຊື່ອງຄໍາເຫັນທີ່ມີລັກສະນະຄ້າຍກັບການໝິ່ນປະໝາດ ຫຼື ຂົ່ມເຫັງທີ່ຖືກລາຍງານມາກ່ອນ ໂດຍທ່ານສາມາດກົດໄປທີ່ “ View Hidden Comments ” ເພື່ອເບິ່ງຄໍາເຫັນນັ້ນ, ຄໍາເຫັນທີ່ລະເມີດມາດຕະຖານຊຸມຊົນຈະຖືກລຶບອອກໄປ.
  • ຂະຫຍາຍການກະຕຸ້ນເຕືອນ: ໂດຍມີການເພີ່ມຄໍາເຕືອນເພີ່ມຕື່ມ ເພື່ອເປັນການກະຕຸ້ນໃຫ້ຜູ້ທີ່ກໍາລັງພະຍາຍາມໂພສຄໍາເຫັນທີ່ອາດເປັນການໝິ່ນປະໝາດ, ການແຈ້ງເຕືອນໃໝ່ໆນີ້ຊ່ວຍກະຕຸ້ນໃຫ້ຜູ້ຄົນໄດ້ຢຸດຄິດ ແລະ ທົບທວນເຖິງຄໍາເວົ້າຂອງຕົນທີ່ເຂົາເລືອກໃຊ້ ແລະ ເປັນການແຈ້ງເຖິງຜົນກະທົບທີ່ອາດເກີດຂຶ້ນໄດ້.
  • ທ່ານຮູ້ບໍ່ວ່າມີຫຼາຍກວ່າ 900 ລ້ານ emoji ທີ່ໃຊ້ຕອບກັນຕໍ່ມື້ ( ໄລຍະ 2 ອາທິດຫຼັງ ).
  • ມີການນຳໃຊ້ meme ຫຼາຍກວ່າ 1 ລ້ານເທື່ອ ໃນ Instagram ຕໍ່ມື້.
  • 3 ລ້ານຄົນຕິດຕາມ hashtag #memes ໃນ Instagram.
  • 50% ເບິ່ງວິດີໂອໃນ Insta gram ຕໍ່ມື້.
  • 90% ຕິດຕາມທຸລະກິດໃດໜຶ່ງໃນ Instagram.