ຜູ້ນຳທຸລະກິດຈີ 20 ຊີ້ວິກິດເສດຖະກິດໂລກຮ້າຍແຮງທີ່ສຸດໃນຮອບສະຕະວັດ

143

ບັນດາຜູ້ນຳເສດຖະກິດໂລກເຫັນກົງກັນວ່າ ເສດຖະກິດໂລກກຳລັງປະເຊີນກັບວິກິດການຄັ້ງຮ້າຍແຮງທີ່ສຸດໃນຮອບ 100 ປີ ແລະ ເຕືອນເຖິງຄວາມສ່ຽງຕ່າງໆທີ່ຍັງຈະເພີ່ມຂຶ້ນ ຫາກບໍ່ເລັ່ງປະຕິຮູບຢ່າງຮີບດ່ວນ.

ທ່ານ ໂຢເຊບອັລ – ບັນຍັນ ປະທານກຸ່ມບິຊຊີເນສ ທະເວັນຕີ ( Business twenty ) ຫຼື B20 ເຊິ່ງເປັນການລວມກຸ່ມຂອງຜູ້ບໍລິຫານລະດັບສູງຈາກກຸ່ມທຸລະກິດໃນກຸ່ມສະມາຊິກ ຈີ 20 ກ່າວວ່າ: ເສດຖະກິດໂລກກຳລັງຕົກຢູ່ໃນສະພາວະທີ່ທົດຖອຍຮ້າຍແຮງທີ່ສຸດໃນຮອບສະຕະວັດ ຜູ້ກຳນົດນະໂຍບາຍ ແລະ ຜູ້ນຳທຸລະກິດຈຶ່ງມີຄວາມທ້າທາຍໃນການເລັ່ງຟື້ນຟູເສດຖະກິດໃຫ້ກັບມາດີຂຶ້ນຢ່າງຮີບດ່ວນ.

ທ່ານ ອັລ – ບັນຍັນ ກ່າວອີກວ່າ: ເຖິງວ່າເສດຖະກິດໂລກອາດຈະຟື້ນຕົວໄດ້ໃນອີກ 2 ປີຂ້າງໜ້າ ແຕ່ຄວາມສ່ຽງດ້ານລົບກໍຍັງຄົງມີເພີ່ມຂຶ້ນ, ພາກທຸລະກິດຕ້ອງມີຄວາມຮັບຜິດຊອບຮ່ວມກັນໃນການສ້າງສັນເສດຖະກິດທີ່ເອື້ອອຳນວຍຕໍ່ສັງຄົມ ແລະ ສິ່ງແວດລ້ອມທີ່ຍືນຍົງ.

ທັງນີ້, ກອງປະຊຸມສຸດຍອດ  ຜູ້ນຳຈີ 20 ຈະຈັດຂຶ້ນໃນລະ ຫວ່າງວັນທີ 21 – 22 ພະຈິກນີ້ທີ່ ຊາອຸດິດ ອາຣັບບີ ເຊິ່ງເປັນກອງປະຊຸມແບບທາງໄກພາຍໃຕ້ຫົວຂໍ້: ” Realizing Opportunities of the 21st Century for All ” ເຊິ່ງມຸ່ງເນັ້ນການເບິ່ງແຍງສຸຂະພາບຂອງຜູ້ຄົນ ແລະ ການຟື້ນຟູການເຕີບໂຕດ້ານເສດຖະກິດ.

ກຸ່ມ ຈີ 20 ປະກອບດ້ວຍ: ອາກຊັງຕິນ, ອົສຕຣາລີ, ບຣາຊິນ, ສະຫະຣາຊະອານາຈັກ ( ອັງກິດ ), ການາດາ, ຈີນ, ຝຣັ່ງ, ເຢຍລະມັນ, ອິນເດຍ, ອິນໂດເນເຊຍ, ອິຕາລີ, ຍີ່ປຸ່ນ, ເມັກຊິກໂກ, ຣັດເຊຍ, ຊາອຸດິດ ອາຣັບບິ, ອາຟຣິກກາໃຕ້,       ສ.ເກົາຫຼີ, ຕວັກກີ, ສະຫະລັດອາເມຣິກາ ແລະ ສະຫະພາບເອີຣົບ.