ລຸ້ນເຖິງນັດສຸດທ້າຍ! ໂກເມສ ຄອສຕ້າ ແຊງ ແກ້ວວຽງເພັດ ຂຶ້ນນໍາດາວຍິງສູງສຸດ

114

ເລຊິໂອ ໂກເມສ ຄອສຕ້າ ( LAECIO GOMES COSTA ) ກອງໜ້າຊາວບຣາຊິນຂອງ ລາວໂຕໂຢຕ້າ ເອັຟຊີ ຂຶ້ນນໍາດາວຍິງສູງສຸດໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ຫຼັງຜ່ານໄປ 13 ອາທິດ ໂດຍມີ ແກ້ວວຽງເພັດ ລິດທິເດດ ແລະ ກຽງທະວີສັກ ໄຊຊະນະປັນຍາ 2 ນັກເຕະຕົວເກັ່ງຂອງ ມາສເຕີ 7 ເອັຟຊີ ໄລ່ຈີ້ມາທີ່ 1 ແລະ 2 ປະຕູຕາມລໍາດັບ

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ປັດຈຸບັນແມ່ນແຂ່ງຂັນສໍາເລັດໄປແລ້ວ 13 ອາທິດ ຍັງເຫຼືອພຽງ 1 ອາທິດກໍຄືນັດສຸດທ້າຍໃຫ້ລຸ້ນກັນວ່າ ທ້າຍທີ່ສຸດແລ້ວໃຜຈະໄດ້ຄອງດາວຍິງສູງສຸດລະດູການ ຫຼັງຈາກທີ່ຮູ້ຜົນກັນແລ້ວວ່າ ລາວໂຕໂຢຕ້າ ເອັຟຊີ ເປັນແຊັມ ແລະ ມາສເຕີ 7 ເອັຟຊີ ເປັນຮອງແຊັມ ແນ່ນອນວ່າທ້າຍອາທິດນີ້ ທີ່ຫຼາຍຄົນຕິດຕາມກໍຄືການລຸ້ນຕໍາແໜ່ງດາວຍິງສູງສຸດ.

ກ່ອນໜ້ານີ້ ແກ້ວວຽງເພັດ ເຈົ້າຂອງລາງວັນດາວຍິງສູງສຸດປີ 2019 ຂຶ້ນນໍາມາໂດຍຕະຫຼອດ ຈົນຫຼ້າສຸດ ໂກເມສ ຄອສຕ້າ ກອງໜ້າຂອງ ລາວໂຕໂຢຕ້າ ເອັຟຊີ ແຊງຂຶ້ນເປັນຜູ້ນໍາດາວຍິງສູງສຸດໄດ້ສໍາເລັດ ຫຼັງຈາກທີ່ຍິງໄດ້ 1 ປະຕູຈາກຈຸດໂທດຊ່ວຍໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະ ວຽງຈັນ ເອັຟຊີ 3-0 ເມື່ອທ້າຍອາທິດ ທີ່ຜ່ານມາ ເຮັດໃຫ້ຍອດລວມການຍິງປະຕູເພີ່ມເປັນ 10 ປະຕູ, ສ່ວນແກ້ວວຽງເພັດ ຍິງໄດ້ 9 ປະຕູຢູ່ອັນດັບທີ 2 ແລະ ອັນດັບ 3 ປະຈຸປັນເປັນຂອງ ກຽງທະວີສັກ ຍິງໄດ້ 8 ປະຕູ.

ນອກນັ້ນ, ນັກເຕະທີ່ຍັງມີລຸ້ນດາວຍິງສູງສຸດຍັງມີ ສຸລິພັນ ໄຊປັນຍາ ແລະ ກີ້ດາວອນ ສຸວັນນີ 2 ກອງໜ້າຂອງ ປກສ ເອັຟຊີ ທີ່ຍິງໄດ້ 7 ປະຕູເທົ່າກັນ ແລະ TAKUMU NISHIHARA ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ທີ່ຍິງໄດ້ 5 ປະຕູ ທີ່ຍັງເຫຼືອການແຂ່ງຂັນໃຫ້ພິສູດຕົວເອງນັດສຸດທ້າຍໃນທ້າຍອາທິດນີ້.

ສໍາລັບ ໂກເມສ ຄອສຕາ ເກີດທີ່ CAIABU ໃນເຊົາເພົາໂລ ປະເທດບຣາຊິລ ເລີ່ມເປັນນັກເຕະເຍົາວະຊົນກັບສະໂມສອນ AVAI ນັບແຕ່ປີ 2007-2010 ກ່ອນຂຶ້ນໄປຫຼິ້ນໃນຊຸດໃຫຍ່, ສ່ວນຜົນງານໂດດເດັ່ນກ່ອນຈະເຂົ້າສູ່ວົງການບານເຕະລາວ ນັ້ນລະຫວ່າງປີ 2015-2017 ແມ່ນຫຼິ້ນໃຫ້ກັບ BANANTS ລົງສະໜາມໄປ 45 ນັດຍິງ 19 ປະຕູ ຈົນມາເຖິງປີ 2020 ລາວຍ້າຍມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ລົງສະໜາມໄປແລ້ວ 11 ນັດຍິງໄປ 10 ປະຕູຂຶ້ນນໍາດາວຍິງສູງສຸດໃນປັດຈຸບັນ.

ສ່ວນຕາຕະລາງແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ອາທິດສຸດທ້າຍຂອງລະດູການຈະແຂ່ງຂັນໃນທ້າຍອາທິດນີ້ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 15:00 ໂມງທັງ 3 ຄູ່ຄື:

-ວັນເສົາທີ 10 ຕຸລາ 2020 ວຽງຈັນ ເອັຟຊີ ພົບ ຊ້າງນ້ອຍ ເອັຟຊີ ທີ່ສະໜາມໃນ ແລະ ມາສເຕີ 7 ເອັຟຊີ ພົບ ວຽງຈັນ ເອັຟທີ ທີ່ສະໜາມນອກ.
-ວັນອາທິດທີ 11 ຕຸລາ 2020 ລາວໂຕໂຢຕ້າ ເອັຟຊີ ພົບ ປກສ ເອັຟຊີ ທີ່ສະໜາມໃນ.

ຂ່າວ: ສົງການ, ຮູບ: Visitthiphong