ສະຫາຍ ບົວຄົງ ນາມມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI

195

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບໍ່ແກ້ວ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ຕຸລາ 2020 ທີ່ຜ່ານມາເຊິ່ງມີຜູ້ແທນສົມບູນທັງໝົດ 223 ສະຫາຍ, ຍິງ 26 ສະຫາຍ.

ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງ ສະໄໝທີ VI ມີທັງໝົດ 31ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກແຂວງຊຸດທີ VI ຍັງໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ 9 ສະຫາຍ ແລະ ເປັນເອກະສັນຢ່າງສົມບູນ ເລືອກເອົາເລຂາ, ຮອງເລຂາພັກແຂວງແລະ ເລືອກຕັ້ງເອົາປະທານ – ຮອງປະທານກວດກາພັກ.

ຄະນະປະຈໍາພັກແຂວງ 9 ສະຫາຍ ປະກອບດ້ວຍ ສະຫາຍ ປອ ບົວຄົງ ນາມມະວົງ; ສະຫາຍ ຈອມສີ ລັດຕະນະປັນ.; ສະຫາຍ ດາລີວັນ ພູສະຫວັນ; ສະຫາຍ ເພັງສອນ ແກ້ວວິໄລ; ສະຫາຍ ດຣ ຄໍາຜະຫຍງ ພົມປັນຍາ; ສະຫາຍ ພັອ ບຸນມີ ພາມີໄຊ; ສະຫາຍ ສົມພອນ ແກ້ວມະນີ; ສະຫາຍ ເຄື່ອນເພັດ ວົງຈັນ ແລະ ສະຫາຍ ສຸກຂະ ຫຼຽນທອງຄໍາ.

ພ້ອມກັນນີ້ກໍເປັນເອກະສັນເລືອກເອົາສະຫາຍ ປອ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ຈອມສີ ລັດຕະນະປັນ ແລະ ສະຫາຍ ເພັງສອນ ແກ້ວວິໄລ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ

ໃນໂອກາດດຽວກັນ ກໍໄດ້ເລືອກເອົາ ສະຫາຍ ສຸກຂະ ຫຼຽນທອງຄໍາ ເປັນປະທານກວດກາພັກແຂວງ; ສະຫາຍ ເປົ້າແກ້ວ ພຸມສະຫວັນ ເປັນຮອງປະທານກວດກາພັກແຂວງ; ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ເປັນຮອງປະທານກວດກາພັກແຂວງ; ສະຫາຍ ໜໍ່ຄໍາ ນົງສຸວັນ ເປັນຮອງປະທານກວດກາພັກແຂວງ.

ບັນດາສະຫາຍຄະນະບໍລິຫານງານພັກແຂວງ ທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ແມ່ນບຸກຄົນທີ່ມີຄວາມຮູ້, ຄວາມສາມາດ, ມີລະດັບທິດສະດີ, ການສຶກສາສາມັນ, ມີລະດັບວິຊາສະເພາະ, ມີປະສົບການ, ເປັນຜູ້ມີບົດບາດ ແລະ ເປັນຕົວແທນໃຫ້ແກ່ສະມາຊິກພັກໃນແຕ່ລະຂົງເຂດວຽກງານ; ທັງໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະ ທົດສອບຈາກຂະບວນການຕົວຈິງ.

ຂໍ້ມູນຈາກ: PL Bokeo news