ຄິງພາວເວີ ຊຸກຍູ້ບານ 10 ໜ່ວຍ ສົ່ງເສີມພັດທະນາທີມ ໂຮມຊັບ ເອັຟຊີ ຈາກນະຄອນ ປາກເຊ

90

ບໍລິສັດ ຄິງພາວເວີ ອິນເຕີເນເຊິນນອລ ຈຳກັດ ຈາກປະເທດໄທ ໃຫ້ການຊຸກຍູ້ບານທີ່ໄດ້ມາດຕະຖານລະດັບສາກົນ ຈຳນວນ 10 ໜ່ວຍ ສົ່ງເສີມສະໂມສອນ ບານເຕະ ບໍລິສັດ ໂຮມຊັບ ກໍ່ສ້າງ ຫຼື ໂຮມຊັບ ເອັບຊີ ທີມຈາກນະຄອນ ປາກເຊ ເພື່ອນຳໃຊ້ເຂົ້າໃນການພັດທະນານັກກີລາຮຸ່ນສືບທອດ ແລະ ຊາວໜຸ່ມຮຸ່ນທົ່ວໄປ ເພື່ອເຂົ້າຮ່ວມເຄື່ອນໄຫວແຂ່ງຂັນເຕະບານ ລາຍການລະດັບທົ່ວແຂວງຈຳປາສັກ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

ພິທີມອບ-ຮັບການຊຸກຍູ້ໝາກບານ ຈຳນວນ 10 ໜ່ວຍຂອງບໍລິສັດ ຄິງພາວເວີ ອິນເຕີເນເຊິນນອລ ຈຳກັດ ຈາກປະເທດໄທ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 30 ກັນຍາ ຜ່ານມາ ທີ່ຫ້ອງການມູນນິທິແມ່ຍິງລາວກ້າວໜ້າເພື່ອພັດທະນາຊ່ວຍເຫຼືອສັງຄົມ ເປັນການກ່າວມອບໂດຍ ນາງ ວັນພອນ ສໍພາບມີໄຊ ປະທານມູນນິທິແມ່ຍິງລາວກ້າວໜ້າເພື່ອພັດທະນາຊ່ວຍເຫຼືອສັງຄົມ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ສົງການ ພັນແພງດີ ຄະນະບໍລິຫານສະໂມສອນ ໂຮມຊັບ ເອັຟຊີ ມີບັນດາຮອງປະທານ ແລະ ພະນັກງານຂອງມູນນິທິດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ສົງການ ພັນແພງດີ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຕາງໜ້າບໍລິສັດ ໂຮມຊັບ ກໍ່ສ້າງ ໄດ້ຮັບເຄື່ອງຊ່ວຍໃນຄັ້ງນີ້ ແລະ ອີກເທື່ອໜຶ່ງ ກໍຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງບໍລິສັດ ຄິງພາວເວີ ອິນເຕີເນເຊິນນອລ ຈຳກັດ ກໍຄື ມູນນິທິແມ່ຍິງລາວກ້າວໜ້າເພື່ອພັດທະນາຊ່ວຍເຫຼືອສັງຄົມ ທີ່ໄດ້ມີນໍ່້າໃຈໃຫ້ການຊຸກຍູ້ສົ່ງເສີມສະໂມສອນ ໂຮມຊັບ ເອັຟຊີ ໄດ້ມີບານລະດັບມາດຕະຖານສາກົນ ນຳໄປພັດທະນາທີມ ເພື່ອເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທີ່ສະຫະພັນບານເຕະແຂວງຈຳປາສັກ ຈັດແຂ່ງຂັນໃນແຕ່ລະປີ ໂດຍສະເພາະປີນີ້ ທີມຂອງພວກເຮົາ ກໍໄດ້ສົ່ງເຂົ້າຮ່ວມແຂ່ງຂັນເຕະບານ ທົ່ວແຂວງຈຳປາສັກ ເຖິງ 2 ຄັ້ງ ຫຼ້າສຸດ ພວມກຳລັງແຂ່ງຂັນເຕະບານທົ່ວແຂວງ ມີການຊີງໄຊ 2 ຮຸ່ນ ກໍຄື ຮຸ່ນເຍົາວະຊົນອາຍຸ 17 ປີ ມີ 10 ພາກສ່ວນ ແລະ ຮຸ່ນທົ່ວໄປ ກໍມີ 10 ພາກສ່ວນເຊັ່ນກັນ, ໃນນັ້ນ ສະໂມສອນ ໂຮມຊັບ ກໍ່ສ້າງ ກໍໄດ້ສົ່ງນັກກີລາເຂົ້າຮ່ວມທັງ 2 ຮຸ່ນດັ່ງກ່າວ ແລະ ຜົນງານຂອງທີມຮຸ່ນທົ່ວໄປ ລົງປະເດີມສະໜາມທຳອິດ ກໍສາມາດເອົາຊະນະ ສະໂມສອນ ລາວ ໂຕໂຢຕ້າ ພາກໃຕ້ 5-3 ປະຕູ ເກັບໄຊຊະນະໄດ້ສຳເລັດ. ແນວໃດກໍດີ, ຂໍໃຫ້ສັນຍາວ່າ ສຳລັບ 10 ໜ່ວຍນີ້ ທີມຂອງພວກເຮົາຈະນຳໃຊ້ ແລະ ຮັກສາໄວ້ເປັນຢ່າງດີ ເພື່ອສົ່ງເສີມພັດທະນານັກກີລາຂອງທີມໃຫ້ມີທ່າກ້າວທີ່ພົ້ນເດັ່ນສືບທອດຕໍ່ໆກັນໄປ.

ຂະນະດຽວກັນ ທ່ານ ວັນພອນ ສໍພາບມີໄຊ ກ່າວວ່າ: ສຳລັບບໍລິສັດ ຄິງພາວເວີ ອິນເຕີເນເຊິນນອລ ຈຳກັດ ຈາກປະເທດໄທ ເປັນຄູ່ຮ່ວມກັບ ມູນນິທິແມ່ຍິງລາວກ້າວໜ້າເພື່ອພັດທະນາຊ່ວຍເຫຼືອສັງຄົມ ປະຈຳຢູ່ ສປປ ລາວ ໂດຍມີຈຸດປະສົງເປົ້າໝາຍອັນດຽວກັນ ໃນການສົ່ງເສີມພັດທະນາບັນດາພາກສ່ວນທີ່ຍັງຂາດເຂີນ ແລະ ຢູ່ຫ່າງໄກສອກຫຼີກ ມູນນິທິຂອງພວກເຮົາ ແມ່ນໄດ້ສ້າງຕັ້ງຂຶ້ນມາແຕ່ປີ 2018 ແລະ ໄດ້ມີການເຄື່ອນໄຫວສົ່ງເສີມຊ່ວຍເຫຼືອສັງຄົມໃນຂອບເຂດທົ່ວປະເທດຢ່າງຫຼວງຫຼາຍ ໂດຍສະເພາະຫຼ້າສຸດ ກໍໄດ້ຊ່ວຍເຫຼືອສ້າງໂຮງຮຽນ ທີ່ແຂວງຫຼວງນໍ້າທາ ມູນຄ່າ 60 ລ້ານກວ່າກີບອີກດ້ວຍ. ແນວໃດກໍຕາມ, ຄຽງຄູ່ກັບການຊ່ວຍເຫຼືອນັ້ນ ເພື່ອບໍ່ໃຫ້ເສຍລ້າ ມູນນິທິ ກໍໄດ້ຜະລິດຕະພັນ ຊຶ່ງເປັນສີມືຂອງຄົນລາວເຮົາຢ່າງແທ້ຈິງ ທີ່ເຮັດດ້ວຍເອງ ເປັນຕົ້ນແມ່ນຂະນົມປະເພດຕ່າງໆ, ຊັນໄລລ້າງຖ້ວຍ ແລະ ອື່ນໆອີກ.