ເຄຣດິດ ສະວິດ ແນະນຳນັກລົງທຶນຊື້ຮຸ້ນ – ພັນທະບັດຕະຫຼາດອາຊີ

152

ນັກວິເຄາະຈາກທະນາຄານເຄຣດິດ ສະວິດ ແນະນຳໃຫ້ນັກລົງທຶນຊື້ຮຸ້ນ ແລະ ພັນທະບັດໃນຕະຫຼາດອາຊີ ດີ ກວ່າທີ່ຈະລົງທຶນໃນຕະຫຼາດສະຫະລັດອາເມຣິກາ ໂດຍລະບຸວ່າຕະຫຼາດອາຊີຍັງມີທ່າອ່ຽງສົດໃສ, ໃນຂະນະທີ່ຕະຫຼາດສະຫະລັດອາດມີຄວາມສ່ຽງຄວາມບໍ່ແນ່ນອນດ້ານການເມືອງ ( ການເລືອກຕັ້ງຈະມາເຖິງນີ້ ).

ທ່ານ ຊູເຣດ ແທນເທຍ ນັກວິເຄາະປະຈຳທະນາຄານ   ເຄຣດິດ ສະວິດ ເປີດເຜີຍຜ່ານສະຖານີໂທລະພາບ ຊີເອັນບີຊີ ວ່າ: ເມື່ອພິຈາລະນາຈາກການເລືອກຕັ້ງໃນສະຫະລັດອາເມຣິກາທີ່ມີຄວາມສ່ຽງແລ້ວ ເຫັນວ່າຕະຫຼາດອາຊີມີຄວາມໜ້າສົນໃຈຫຼາຍກວ່າ ເນື່ອງຈາກເສດຖະກິດໃນພາກພື້ນອາຊີຟື້ນຕົວຢ່າງໄວວາ, ໃນຂະນະທີ່ບໍລິສັດຈົດທະບຽນມີຜົນປະກອບການທີ່ແຂງແກ່ນ. ນອກຈາກນີ້, ລາຄາຮຸ້ນໃນຕະຫຼາດອາຊີຍັງຖືກກວ່າໃນສະຫະລັດນຳອີກ.

ນັກວິເຄາະປະຈຳເຄຣດິດ ສະວິດ ຍັງກ່າວອີກວ່າ: ເສດຖະກິດຈີນໄລຍະຜ່ານມາຂະຫຍາຍຕົວຢ່າງແຂງແຮງ. ນອກຈາກນີ້, ຫຼາຍປະເທດໃນອາຊີກໍສາມາດຄວບຄຸມການລະບາດຂອງພະຍາດໂຄວິດ – 19 ໄດ້ແລ້ວ, ນັກວິເຄາະຍັງກ່າວເສີມວ່າຜົນຕອບແທນພັນທະບັດໃນຕະຫຼາດອາຊີຢູ່ທີ່ລະດັບ 3% ໃນຂະນະທີ່ຢູ່ອາເມຣິກາພຽງ 2%.

ນັກວິເຄາະຈາກເຄຣດິດ ສະວິດ ຍັງຄາດວ່າຫາກ   ທ່ານ ໂຈ ໄບເດັນ ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ໃນເດືອນພະຈິກຈະເຖິງນີ້ຕະຫຼາດໃນສະຫະລັດຍິ່ງອາດປັ່ນປ່ວນ ແລະ ນັກລົງທຶນອາດມີປະຕິກິລິຍາດ້ານລົບ ເນື່ອງຈາກ ທ່ານ ໄບເດັນ ມີນະໂຍບາຍປັບຂຶ້ນພາສີນິຕິບຸກຄົນ. ແນວໃດກໍຕາມ, ຖ້າຫາກວ່າຕະຫຼາດຊຸດຕົວລົງ, ກໍມີທ່າອ່ຽງວ່າທະນາຄານກາງຕ່າງໆທົ່ວໂລກຈະເຂົ້າມາແຊກແຊງຕະຫຼາດ.