ສະຫວັນນະເຂດ ຈັດງານວາງສະແດງສິນຄ້າກະສິກໍາ ແລະ ໝາກໄມ້ ສົ່ງເສີມການຜະລິດພາຍໃນ

122

ໃນວັນທີ 5 ຕຸລາ 2020 ທີ່ຜ່ານມາ; ແຂວງສະຫວັນນະເຂດໄດ້ເປີດງານວາງສະແດງຈຳໜ່າຍສິນຄ້າກະສິກຳ ແລະ ໝາກໄມ້ ຂຶ້ນຢູ່ທີ່ສູນການຄ້າສະຫວັນໄອເຕັກ ໂດຍການເຂົ້າຮ່ວມຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາທ່ານການນຳຂອງແຂວງ, ເມືອງ, ນະຄອນ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ບຸນເລດ ຈັນທອງທິບ ໄດ້ລາຍງານວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ ກໍ່ເພື່ອເຮັດໃຫ້ຊາວກະສິກອນໃນແຕ່ລະເມືອງ ໄດ້ນຳເອົາຜົນຜະລິດ, ຜະລິດຕະພັນກະສິກຳຂອງຕົນມາວາງສະແດງ ແລະ ຈຳໜ່າຍໃຫ້ປະຊາຊົນໃນທົ່ວແຂວງ ທັງເປັນການພົບປະແລກປ່ຽນບົດຮຽນໃນການຜະລິດ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ, ການເຂົ້າເຖິງແຫຼ່ງທຶນ, ການຕະຫຼາດ ລະຫວ່າງຊາວກະສິກອນດ້ວຍກັນ ແລະ ຜູ້ປະກອບການ.

ໃນການວາງສະແດງ ແລະ ວາງຈຳໜ່າຍສິນຄ້າຄັ້ງນີ້ ປະກອບມີ: ຜະລິດຕະພັນກະສິກຳ ຈາກຫ້ອງການກະສິກຳ ແລະ ປ່າໄມ້ນະຄອນໄກສອນ ພົມວິຫານ ແລະ ຈາກ 14 ຕົວເມືອງໃນທົ່ວແຂວງ ຈຳນວນ 15 ຮ້ານ, ຜະລິດຕະພັນໂອດັອບຈຳນວນ 22 ຮ້ານ, ຜະລິດຕະພັນຈາກບໍລິສັດຫ້າງຮ້ານຈຳນວນ 31 ຮ້ານ, ຜົນງານດ້ານວິຊາການຈາກສູນ, ຂະແໜງການອ້ອມຂ້າງພະແນກກະສິກຳ ແລະ ປ່າໄມ້ແຂວງຈຳນວນ 7 ຮ້ານ; ລວມທັງໝົດ 75 ຮ້ານ.

ໂອກາດເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ກໍ່ໄດ້ມີຄຳເຫັນວ່າ: ເພື່ອເຮັດໃຫ້ເສດຖະກິດຂອງແຂວງເຕີບໂຕຢ່າງມີຄຸນນະພາບ ແລະ ໝັ້ນທ່ຽງຕາມແຜນພັດທະນາເສດຖະກິດ – ສັງຄົມຄັ້ງທີ 9 ທາງແຂວງແມ່ນໄດ້ຖືເອົາວຽກງານກະສິກຳເປັນບຸລິມະສິດອັນດັບໜຶ່ງ ຄືຫັນກະສິກຳ ແລະ ປ່າໄມ້ເປັນທັນສະໄໝ ຕາມທິດຍືນຍົງ.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ຊາວກະສິກອນ, ນັກທຸລະກິດ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ເຂົ້າຮ່ວມວຽກງານດັ່ງກ່າວແຕ່ຫົວທີ ໂດຍເລີ່ມຈາກການຈັດສັນແບ່ງເຂດການຜະລິດຄື: ເຂດປູກເຂົ້າ, ເຂດປູກສະບຽງ, ເຂດປູກໄມ້ໃຫ້ໝາກ, ເຂດປູກໄມ້ອຸດສາຫະກຳ ແລະ ເຂດລ້ຽງສັດ. ປັບປຸງການຜະລິດໃຫ້ເຂັ້ມແຂງໃຫ້ກາຍເປັນສະຫະກອນ ແລະ ກ້າວໄປເຖິງການຈັດຕັ້ງເປັນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ອັນສຳຄັນແມ່ນຕ້ອງປັບປຸງກຸ່ມການຜະລິດໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ການບໍລິການ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ