ກຸ່ມບໍລິສັດເຄືອຂ່າຍ ສີລາຊາ ເປີດເວທີຫາລືພາກທຸລະກິດ – ນໍາສະເໜີທ່າແຮງຂອງຕົນເພື່ອຮ່ວມພັດທະນາອຸດສາຫະກໍາໃຫ້ຂະຫຍາຍຕົວໃນຕໍ່ໜ້າ

374

ບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນ ຈໍາກັດຜູ້ດຽວ ( ຢູ່ໃນກຸ່ມບໍລິສັດເຄືອຂ່າຍ ສີລາຊາ ) ຈັດງານພົບປະສາມັກຄີ ລະຫວ່າງ ກຸ່ມບໍລິສັດສີລາຊາ, ທະນາຄານຫຸ້ນສ່ວນ ການຄ້າ ທະຫານ – ສາຂາລາວ ( ຜູ້ສະໜອງແຫຼ່ງທຶນ ) ແລະ ບັນດາລູກຄ້າ VIP ( ໂຮງງານຊີມັງ ) ເພື່ອສ້າງຄວາມສາມັກຄີຮັກແພງ ແລະ ສ້າງຄວາມສໍາພັນທີ່ດີໃນການຮ່ວມມືດ້ານທຸລະກິດໃນບາດກ້າວໃໝ່.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 5 ຕຸລາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມໃຈ ສີລາຊາ ປະທານບໍລິສັດລາວພັດທະນາ ຂຸດຄົ້ນຖ່ານຫີນ ຈໍາກັດຜູ້ດຽວ ເຂົ້າຮ່ວມມີ ທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກລັດ – ທຸລະກິດເຂົ້າຮ່ວມ.

ທ່ານ ເຈັກສະຫວັນ ວົງໄມພູນ ຕາງໜ້າບໍລິສັດລາວພັດທະນາ ຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ ກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອສ້າງຄວາມສາມັກຄີ, ແລກປ່ຽນຄໍາຄິດເຫັນກ່ຽວກັບການດໍາເນີນທຸລະກິດ ແລະ ຍົກລະດັບການຮ່ວມມືລະຫວ່າງ ບໍລິສັດລາວພັດທະນາ ຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ ( ເຈົ້າຂອງໂຄງການ ) ທະນາຄານ MB ລາວ ( ຜູ້ສະໜອງທຶນ ), ບໍລິສັດຊີມັງລາວວັງວຽງ ຈໍາກັດ ( ລູກຄ້າ ) ແລະ ບັນດາບໍລິສັດອື່ນໆ ໂດຍການນໍາສະເໜີຜະລິດຕະພັນ ແລະ ຈຸດແຂງຂອງຕົນໃຫ້ເຊິ່ງກັນ ແລະ ກັນຮັບຮູ້ ເພື່ອໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ.

ບໍລິສັດລາວພັດທະນາ ຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ ໃນນາມເຈົ້າຂອງໂຄງການບໍ່ຖ່ານຫີນ ບ້ານກົ່ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານນໍ້າໂທມ ເມືອງຫີນເຫີບ ແຂວວງວຽງຈັນ ເຊິ່ງບໍລິສັດໄດ້ເຊັນສັນຍາ ວ່າດ້ວຍການຊອກຄົ້ນ – ສໍາຫຼວດຖ່ານຫີນກັບລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງວັນທີ 15 ພຶດສະພາ 2019.

ໂຄງການຂຸດຄົ້ນຖ່ານຫີນບ້ານກົ້ວ ແລະ ບ້ານທ່າໂທມ ເປັນການລົງທຶນຂອງຄົນລາວ 100% ຕັ້ງໃຈທຸ່ມເທເຫື່ອແຮງ ສະຕິປັນຍາ ແລະ ຊັບສິນເຂົ້າໃນການພັດທະນາປະເທດຕາມທິດທາງຂອງພັກ – ລັດຖະບານ ວາງອອກແຕ່ລະໄລຍະ ປັດຈຸບັນບໍລິສັດມີເປົ້າໝາຍພັດທະນາໂຄງການຂຸດຄົ້ນປຸງແຕ່ງແຮ່ທາດແບບຍືນຍົງ, ຂຸດຄົ້ນແຮ່ທາດຕາມທິດສີຂຽວ, ມີຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມສະຫງົບ.

ໃນສົກປີ 2020 – 2021 ບໍລິສັດໄດ້ເພີ່ມກໍາລັງການຂຸດຄົ້ນປຸງແຕ່ງຖ່ານຫີນໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ ແລະ ແຜນການລັດຖະບານຮັບຮອງເອົາ ບໍລິສັດໄດ້ເພີ່ມ ໜ່ວຍງານຂຸດຄົ້ນເຂົ້າໄປຂຸດຄົ້ນປຸງແຕ່ງຖ່ານຫີນ ໂດຍໄດ້ຮັບການສະໜັບສະໜູນເງິນໜູນວຽນຈາກທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ ( MB ).

ທ່ານ ທັນໃຈ ວົງວຽງແກ້ວ ຮອງຜູ້ອໍານວຍການ ບໍລິສັດຊີມັງລາວວັງວຽງ ຈໍາກັດ ກ່າວວ່າ: ໄດ້ສ້າງຕັ້ງໂຮງງານຊີມັງຫຼັງທີ 3 ວັນທີ 20 ມີນາ 2018 ມູນຄ່າການລົງທຶນ 99 ລ້ານໂດລາສະຫະລັດ ເລີ່ມຜະລິດທົດລອງ ແລະ ເປີດການຜະລິດໃນທ້າຍປີ 2014 ເປັນຕົ້ນມາ ໂຮງງານຊີມັງຫຼັງທີ 3 ເປັນໂຮງງານຂະໜາດໃຫຍ່ ອອກແບບສາຍການຜະລິດເປັນ 2 ລະບົບ ສາຍການຜະລິດທີ 1 ປັດຈຸບັນສາມາດຜະລິດຊີມັງໄດ້ 1 ລ້ານໂຕນຕໍ່ປີ; ສາຍການຜະລິດທີ 2 ສາມາດຜະລິດໄດ້ 1 ລ້ານໂຕນຕໍ່ປີ. ຖ້າຫາກສໍາເລັດ ແລະ ດໍາເນີນການຜະລິດທັງສອງລະບົບ ການຜະລິດຊີມັງຈະໄດ້ 5 ພັນໂຕນຕໍ່ມື້ ຫຼື 2 ລ້ານກວ່າໂຕນຕໍ່ປີ, ຜະລິດຕະພັນທີ່ອອກຈາກໂຮງງານຫຼັງທີ 3 ມີຄວາມຮັບປະກັນໄດ້ຕາມມາດຕະຖານຊີມັງສາກົນ.

ນັບແຕ່ທ້າຍປີ 2014 ມາຮອດປັດຈຸບັນເປັນເວລາ 6 ປີ ສາມາດຜະລິດ ແລະ ຈໍາໜ່າຍຊີມັງໄດ້ທັງໝົດ 1,5 ລ້ານໂຕນ ເຫັນວ່າມີປະລິມານການຜະລິດໜ້ອຍຖ້າທຽບໃສ່ກໍາລັງ ແລະ ຄວາມອາດສາມາດຜະລິດຕົວຈິງ ຍ້ອນສະພາບການຕະຫຼາດບໍ່ຄ່ອງຕົວ ແລະ ຈໍາກັດຜະລິດຕະພັນສ່ວນໃຫຍ່ສະໜອງໂຄງການທາງລົດໄຟ, ທາງດ່ວນ, ເຂື່ອນໄຟຟ້າ, ເຂດເສດຖະກິດບຶງທາດຫຼວງ ແລະ ເຂດອື່ນໆ. ນອກນັ້ນ, ຍັງບໍລິການຂາຍໃຫ້ບັນດາຮ້ານຂາຍເຄື່ອງກໍ່ສ້າງ.

ຈາກຜົນສໍາເລັດດັ່ງກ່າວກໍຍ້ອນການຕອບສະໜອງຖ່ານຫີນຈາກ ບໍລິສັດລາວພັດທະນາຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ ທີ່ຍາມໃດກໍໄດ້ເອົາໃຈໃສ່ຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນທີ່ມີຄຸນນະພາບໃຫ້ໂຮງງານ.

ທ່ານ ຫວງຽນ ຢາ ກວາງ ຜູ້ອໍານວຍການທະນາຄານ ກ່າວວ່າ: ພວກເຮົາສະໜອງການບໍລິການລູກຄ້າທຸກລະດັບ. ພິເສດບໍລິການໃຫ້ຄໍາປຶກສາລູກຄ້າ ກ່ຽວກັບການເງິນ ເພື່ອຊ່ວຍເຫຼືອທຸລະກິດສາມາດຄຸ້ມຄອງການເງິນ ແລະ ເພື່ອຜົນກໍາໄລທີ່ດີທີ່ສຸດ ໃນ 5 ປີຕໍ່ໜ້າ ຈະສູ້ຊົນໃຫ້ຕິດ 1 ໃນ 5 ທະນາຄານຕ່າງປະເທດ ທີ່ເຂັ້ມແຂງທີ່ສຸດໃນປະເທດລາວ.

ທ່ານກ່າວວ່າ: ບໍລິສັດລາວພັດທະນາ ຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ ແມ່ນມີຄວາມສາມາດໃນຂະແໜງການຂຸດຄົ້ນບໍ່ແຮ່; ພິເສດແມ່ນຂຸດຄົ້ນຖ່ານຫີນ ທະນາຄານ MB ລາວ ແລະ ບໍລິສັດລາວພັດທະນາ ຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມືຮອບດ້ານ ພ້ອມດ້ວຍເຊັນສັນຍາສິນເຊື່ອໝູນວຽນເພື່ອພັດທະນາບໍລິສັດ, ຕໍ່ໄປນີ້ MB ລາວຈະສືບຕໍ່ຮ່ວມມື ສືບຕໍ່ສະໜອງທຶນ ແລະ ການບໍລິການກ່ຽວກັບການເງິນໃຫ້ທັນກັບ ຄວາມຮຽກຮ້ອງຕ້ອງການດ້ານການເງິນຂອງບໍລິສັດ.

ທ່ານກ່າວຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ຮ່ວມງານພົບປະຄັ້ງນີ້ມີຫຼາຍບໍລິສັດເປັນຜູ້ສະໜອງ ແລະ ຜູ້ຊົມໃຊ້, ມີສາຍພົວພັນກັບບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນຈໍາກັດຜູ້ດຽວ MB ລາວ ພ້ອມສະໜອງການບໍລິການກ່ຽວກັບເງິນກູ້, ເງິນຄໍ້າປະກັນ, ເງິນໂອນ, ການຊໍາລະສະສາງໃຫ້ບັນດາບໍລິສັດ, ຮັບປະກັນການດໍາເນີນງານຂອງທັງ 3 ຝ່າຍສະດວກສະບາຍ ແລະ ວ່ອງໄວ.