ເຜີຍແຜ່ ທສວ ໃຫ້ເຈົ້າໜ້າທີ່ການຄ້າແຂວງພາກໃຕ້

148

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມເຜີຍແຜ່ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໃຫ້ເຈົ້າໜ້າທີ່ຂະແໜງການຄ້າ    4 ແຂວງພາກໃຕ້ ເພື່ອສ້າງ ຄວາມເຂົ້າໃຈໃຫ້ພະນັກງານຂັ້ນທ້ອງຖິ່ນ ກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງ ທສວ ເພື່ອນໍາໄປຈັດຕັ້ງປະຕິບັດໂດຍສະເພາະສົ່ງເສີມຫົວໜ່ວຍທຸລະກິດເຂົ້າເຖິງ ທສວ.

ກອງປະຊຸມດັ່ງກ່າວຈັດຂຶ້ນເມື່ອມໍ່ໆມານີ້ ຢູ່ຫ້ອງວ່າການປົກຄອງແຂວງຈຳປາສັກ ໃຫ້ພາກສ່ວນທີ່ກ່ຽວຂ້ອງຈາກ 4 ແຂວງພາກໃຕ້ ( ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ) ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ.

ຈຸດປະສົງເພື່ອສ້າງຄວາມເຂົ້າໃຈໃຫ້ພະນັກງານຂັ້ນທ້ອງຖິ່ນ ກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງ ທສວ ກໍຄືເນື້ອໃນສຳຄັນຂອງດຳລັດເລກທີ 299/ລບ ສະບັບປັບປຸງ ໂດຍສະເພາະກ່ຽວກັບການສະໜອງສິນເຊື່ອໃຫ້ SME ແລະ ການສະໜອງທຶນສະໜັບສະໜູນໂຄງການວິຊາການຂອງ ທສວ.

ພາຍຫຼັງເຂົ້າຮ່ວມກອງປະຊຸມເຜີຍແຜ່ໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບກ່ຽວກັບວຽກງານສົ່ງເສີມ SME ເຂົ້າຫາແຫຼ່ງທຶນ ເພື່ອໃຫ້ສາມາດສືບຕໍ່ເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ຜູ້ປະກອບກິດຈະການຢ່າງຖືກຕ້ອງຊັດເຈນ ແລະ ທົ່ວເຖິງ ພ້ອມທັງສ້າງຄວາມເຂົ້າໃຈໃຫ້ SME ກ່ຽວກັບເງື່ອນໄຂຕ່າງໆໃນການເຂົ້າຫາແຫຼ່ງທຶນຂອງ ທສວ.

ທຶນຮອນທີ່ ທສວ ປ່ອຍສິນເຊື່ອໃຫ້ SME ກວມເອົາອັດຕາສ່ວນໜ້ອຍຫຼາຍ ຖ້າທຽບໃສ່ທຶນທີ່ບັນດາທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ SME ທົ່ວລະບົບ. ສະນັ້ນ, ຈຶ່ງມີ ຄວາມຈຳເປັນທີ່ ທສວ ຕ້ອງໄດ້ເຮັດປະຕິບັດຕາມຫຼັກການທີ່ກຳນົດໃນດຳລັດ 299/ລບ ເພື່ອຮັບປະກັນຄວາມຍືນຍົງໃຫ້ກອງທຶນນີ້, ກອງປະຊຸມເຜີຍແຜ່ໃນຄັ້ງນີ້ໄດ້ຮັບໝາກຜົນຕາມຄາດໝາຍທີ່ວາງໄວ້ ສະແດງອອກໃນການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາລະຫວ່າງ ຄະນະຈັດຕັ້ງກອງປະຊຸມ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ອັນສຳຄັນຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບ ທສວ.