5 ປີຜ່ານມາ ເສດຖະກິດແຂວງຫຼວງພະບາງ ຂະຫຍາຍຕົວສະເລ່ຍ 7,3%

307

ໃນ 5 ປີຜ່ານມາ ລວມຍອດມູນຄ່າຜະລິດຕະພັນພາຍໃນ ( GDP ) ຂອງແຂວງຫຼວງພະບາງ ບັນລຸໄດ້ 35.042 ຕື້ກີບ ສະເລ່ຍເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ 7,3% ຕໍ່ປີ.

ໃນລະຫວ່າງວັນທີ 2 – 3 ຕຸລາ 2020 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ມີສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍຜູ້ແທນສົມບູນ 264 ສະຫາຍ ຍິງ 30 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ 23.909 ສະຫາຍ ແລະ ຜູ້ແທນຮັບເຊີນເຂົ້າຮ່ວມ.

ວາລະກອງປະຊຸມ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ ປະທານກອງປະຊຸມໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງ. ໃນນັ້ນ, ໄດ້ຍົກໃຫ້ເຫັນຜົນສຳເລັດຕະຫຼອດໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ພາຍໃຕ້ການຊີ້ນໍາ – ນໍາພາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກທຸກຂັ້ນ ບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ ແລະ ການເຊີດຊູນໍ້າໃຈເປັນເຈົ້າຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມສືບຕໍ່ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າ, ປາກົດການຫຍໍ້ທໍ້ໃນສັງຄົມຫຼຸດລົງເປັນກ້າວໆ ຍ້ອນຄະນະພັກໄດ້ຢຶດໝັ້ນ ແລະ ໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ເຊື່ອມຊຶມ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ສ້າງພື້ນຖານໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງນັບມື້ດີຂຶ້ນ.

ມາເຖິງປັດຈຸບັນປະຊາຊົນຫຼາຍທ້ອງຖິ່ນ ໄດ້ດຳເນີນການປູກຝັງ – ລ້ຽງສັດຕາມທ່າແຮງ ແລະ ມູນເຊື້ອຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່, ເປັນຕົ້ນການລ້ຽງສັດແບບເປັນລັອກ, ເປັນຟາມ, ການທອມສັດໃຫຍ່ຕິດພັນກັບການປູກຫຍ້າລ້ຽງສັດ, ການປູກຜັກປອດສານພິດ, ການປູກພືດ, ຕົ້ນໄມ້ອຸດສາຫະກໍາ ແລະ ຕົ້ນໄມ້ໃຫ້ໝາກປະເພດຕ່າງໆ ເຮັດໃຫ້ພວກເຮົາມີຜະລິດຕະພັນສິນຄ້າກະສິກໍາເພີ່ມຂຶ້ນເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຫຼາຍຂຶ້ນ, ພື້ນຖານໂຄງລ່າງແຕ່ລະດ້ານໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງ, ວຽກງານແຕ່ລະຂົງເຂດໄດ້ມີຜົນສໍາເລັດໃໝ່, ເຮັດໃຫ້ລວມຍອດມູນຄ່າຜະລິດ ຕະພັນພາຍໃນ ( GDP ) ບັນລຸໄດ້ 35.042 ຕື້ກີບ ສະເລ່ຍ 7.008 ຕື້ກີບຕໍ່ປີ ອັດຕາການຂະຫຍາຍຕົວຂອງເສດຖະກິດ ເພີ່ມຂຶ້ນສະເລ່ຍ 7,3% ຕໍ່ປີ, ສະເລ່ຍລາຍຮັບເພີ່ມຂຶ້ນຈາກ 13,9 ລ້ານກວ່າກີບ ຫຼື 1.746 ໂດລາສະຫະລັດຕໍ່ຄົນ ໃນປີ 2016 ມາເປັນ 16,8 ລ້ານກວ່າກີບ ຫຼື 2.110 ໂດລາສະຫະ ລັດຕໍ່ຄົນ ໃນປີ 2020, ທຽບ  ໃສ່ແຜນການປະຕິບັດໄດ້ 90,87%.