ສຳເລັດການປະຕິສັງຂອນວັດວິຊຸນ ວັດເກົ່າແກ່ອາຍຸຫຼາຍກວ່າ 500ປີ ທີ່ຫຼວງພະບາງ

308

ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳສປປລາວ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານແລະປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ວັດວິຊຸນໃນວັນທີ 6 ຕຸລາ 2020.

ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມຣິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347.000 ໂດລາ.

ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະ ເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCPໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່
ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມຣິກາກັບນະຄອນຫຼວງພະບາງໃນ
ການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮີດຄອງອັນລໍ້າຄ່າ.

ນັບຕັ້ງແຕ່ 2001 ລັດຖະບານສະຫະລັດອາເມຣິກາໄດ້ປະກອບສ່ວນຫຼາຍກວ່າ 1ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ20ໂຄງການເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ,ການປົກປັກຮັກສາມໍລະດົກແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮີດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈຸບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 650.000 ໂດລາ.