ຜູ້ບໍລິຫານແອບັສ ຊີ້ທ່າອ່ຽງຂອງການບິນໂລກຮຸນແຮງກວ່າທີ່ຄາດຄິດ

80

ທ່ານ ໄມເຄິລ ໂຊເອລຮອນ ຜູ້ບໍລິຫານບໍລິສັດແອບັສ ຜູ້ຜະລິດຍົນລາຍໃຫຍ່ຂອງເອີຣົບ ລະບຸວ່າ: ທ່າອ່ຽງອຸດສາຫະກຳການບິນພົນລະເຮືອນຮ້າຍແຮງກວ່າທີ່ຄິດໄວ້ ເນື່ອງຈາກວ່າສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຜູ້ບໍລິຫານແອບັສ ລະບຸວ່າ: ການເດີນທາງທາງອາກາດຫຼຸດລົງເປັນຈຳນວນຫຼວງຫຼາຍ ເພາະຜູ້ຄົນເກີດຄວາມຢ້ານກົວວ່າຫາກເດີນທາງດ້ວຍຍົນສ່ຽງຕໍ່ການຕິດເຊື້ອໂຄວິດ – 19 ລວມທັງການທີ່ປະເທດຕ່າງໆຍັງປິດດ່ານ ເຮັດໃຫ້ສາຍການບິນຕ່າງໆຕ້ອງໂຈະການສັ່ງຊື້ຍົນໂດຍສານລຸ້ນໃໝ່ ເຮັດໃຫ້ແອບັສສູນເສຍລາຍໄດ້ ແລະ ໃນທີ່ສຸດບໍລິສັດຕ້ອງຫຼຸດຕົ້ນທຶນລົງ ໂດຍປົດພະນັກງານຢ່າງໜ້ອຍ 15.000 ຄົນໃນທົ່ວໂລກ.

ໃນຂະນະທີ່ສະຫະພາບແຮງງານຂອງແອບັສກັງວົນວ່າ: ຝ່າຍບໍລິຫານຈະສັ່ງປິດໂຮງງານການຜະລິດທັງໝົດ ແຕ່ຜູ້ບໍລິຫານແອບັສຢືນຢັນວ່າຈະບໍ່ປິດໂຮງງານຜະລິດແອບັສຢ່າງເດັດຂາດ.

ການເຄື່ອນໄຫວຄັ້ງນີ້ມີຂຶ້ນພາຍຫຼັງທີ່ ທ່ານ ກິລລໍເມ ຟໍຣີ ປະທານເຈົ້າໜ້າທີ່ຂອງແອບັສ ອອກມາລະບຸວ່າ: ພວກເຮົາໄດ້ພະຍາຍາມເຮັດໃຫ້ດີທີ່ສຸດໃນການຫຼຸດຕົ້ນທຶນທຸລະກິດລົງ ໂດຍທຳອິດຈະບໍ່ໃຫ້ກະທົບຕໍ່ພະນັກງານ ແຕ່ດ້ວຍຄວາມຈຳເປັນບໍລິສັດຕ້ອງປັບຫຼຸດພະນັກງານລົງ ເນື່ອງຈາກການເດີນທາງທາງອາກາດບໍ່ສາມາດຟື້ນຕົວໄດ້ຕາມໄລຍະເວລາທີ່ບໍລິສັດຄາດການໄວ້.