ເມືອງຄົງເຊໂດນ ສໍາເລັດການແຂ່ງຂັນເຮືອຊ່ວງ ປະຈໍາປີ 2020

345

ງານແຂ່ງຂັນຊ່ວງເຮືອປະເພນີເນື່ອງໃນວັນບຸນອອກພັນສາປະວໍລະນາ ປະຈຳປີ 2020 ຈັດຂຶ້ນ ແລະ ສຳເລັດລົງໃນວັນທີ 3 ຕຸລາ 2020 ທີ່ຜາມໄຊ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍການເຂົ້າຮ່ວມຂອງ ທ່ານ ແຫວນເພັດ ລັດດາວົງ ເຈົ້າເມືອງຄົງເຊໂດນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງເປັນຂະບວນ.

ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງ ທັງເປັນປະທານຈັດງານບຸນຊ່ວງເຮືອ ໄດ້ກ່າວວ່າ: ປີນີ້ມີເຮືອເຂົ້າຮ່ວມການແຂ່ງຂັນທັງໝົດ 15 ລຳ, ໃນນັ້ນປະເພດເຮືອໃຫຍ່ 29 – 35 ສີພາຍ ມີ 4 ລຳ, ເຮືອກາງ 22 – 25 ສີພາຍ ມີ 5 ລຳ, ເຮືອນ້ອຍ 12 ສີພາຍ ມີ 6 ລຳ, ຜົນການແຂ່ງຂັນປະເພດເຮືອໃຫຍ່ ທີ 1 ໄດ້ແກ່ເຮືອບ້ານບຶງກາງ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ບ້ານບົວລະພາ ໄດ້ຮັບເງິນສົດ 3 ລ້ານກີບ, ທີ 3 ບ້ານນາຮັງ ໄດ້ຮັບເງິນສົດ 2 ລ້ານກີບ, ປະເພດເຮືອກາງຊາຍທີ 1 ບ້ານຈານລານເຊ ໄດ້ຮັບເງິນສົດ3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ບ້ານບົວລະພາ ໄດ້ຮັບເງິນສົດ 2 ລ້ານກີບ,

ທີ 3 ບ້ານນາຄຳ ໄດ້ຮັບເງິນສົດ 1 ລ້ານກີບ, ເຮືອກາງເພດຍິງທີ 1 ບ້ານບົວລະພາ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ບ້ານຈານລານເຊ ເງິນສົດ 2 ລ້ານກີບ, ທີ 3 ບ້ານບຶງກາງ ເງິນສົດ 1 ລ້ານກີບ, ລຸ້ນ 12 ສີພາຍເພດຊາຍ ທີ 1 ໄດ້ແກ່ບ້ານຄົງໃຫຍ່ ໄດ້ຮັບເງິນສົດ 1.500.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 2 ບ້ານປາກເຊືອກ ເງິນສົດ 1 ລ້ານກີບ, ທີ 3 ບ້ານໂນນຄໍ້ ເງິນສົດ 5 ແສນກີບ, ເພດຍິງທີ 1 ໄດ້ແກ່ ບ້ານປາກເຊືອກ ໄດ້ຮັບເງິນສົດ 1,5 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ບ້ານ ໂນນຄໍ້ ເງິນສົດ 1 ລ້ານກີບ, ທີ 3 ບ້ານບົວລະພາ ເງິນສົດ 5 ແສນກີບ.

( ໂດຍ: ກິນດາວັນ )