ປະຊາຊົນບ້ານຫ້ວຍນາງລີ້ ສ້າງທາງເບຕົງເຂົ້າບ້ານ ຍາວ 1.150 ແມັດ

142

ພິທີເລີ່ມລົງມືກໍ່ສ້າງແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 4 ຕຸລາ 2020 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍອຳນາດການປົກຄອງ, ພໍ່ແມ່ປະຊາຊົນ, ບັນດາຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດທີ່ໃຫ້ການປະກອບສ່ວນເຂົ້າຮ່ວມ.

ທ່ານ ສົມເດັດ ແສງສຸວັນນຸຮັກ ນາຍບ້ານຫ້ວຍນາງລີ້ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ໃຫ້ສຳພາດວ່າ: ໂຄງການດັ່ງກ່າວນີ້ແມ່ນຢູ່ພາຍໃຕ້ແຜນງານ 3 ສ້າງຂອງບ້ານ ເຊິ່ງໄດ້ມີແຜນມາແຕ່ປີ 2019, ຜ່ານການກະກຽມມາໄດ້ໄລຍະໜຶ່ງ ຈຶ່ງໄດ້ຕັດສິນໃຈປຸກລະດົມທາງດ້ານທຶນຮອນ ແລະ ກຳລັງເຫື່ອແຮງ, ວັດຖຸ ເພື່ອລິເລີ່ມລົງມືກໍ່ສ້າງ ໂດຍທຶນຮອນຈຳນວນໜຶ່ງແມ່ນໄດ້ມາຈາກການປະກອບສ່ວນຈາກວັດບ້ານຫ້ວຍນາງລີ້ ເຊິ່ງໂຄງການດັ່ງກ່າວແມ່ນມີຄວາມຍາວທັງໝົດ 1.150 ແມັດ, ຄວາມກວ້າງ 6 ແມັດ, ມີ ຄວາມໜາຂອງເບຕົງ 18 ຊັງຕີແມັດ

ໂດຍມີວິຊາການຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງລົງມາຕິດຕາມ, ແນະນຳທາງດ້ານເຕັກນິກໃນການກໍ່ສ້າງ, ຄາດວ່າຈະໃຊ້ງົບປະມານເຂົ້າໃນການກໍ່ສ້າງທັງໝົດ ປະມານ 1 ຕື້ກວ່າກີບ. ສ່ວນໄລຍະຂອງການຈັດຕັ້ງປະຕິບັດແມ່ນອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ການປະກອບສ່ວນທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.