ຜົ້ງສາລີ ໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຄັ້ງທີ XI

324

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 5 ຕຸລາ 2020 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍເປັນປະທານຂອງສະຫາຍ ຄໍາຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ; ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ; ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ , ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍເລຂາຄະນະພັກທົ່ວແຂວງ ຕະຫຼອດຮອດຜູ້ແທນສົມບູນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ຄໍາຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ໄດ້ຂຶ້ນກ່າວເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ XI ຢ່າງເປັນທາງການ.


ກອງປະຊຸມດັ່ງກ່າວ ຈະໄດ້ດໍາເນີນໄປຈົນຮອດຕອນບາຍຂອງວັນທີ 6 ຕຸລາ 2020 ເຊິ່ງຄະນະຜູ້ແທນກອງປະຊຸມຈະໄດ້ຮັບຟັງ ຮ່າງບົດລາຍງານການເມືອງທັງສອງພາກ ຂອງຄະນະພັກແຂວງ ຊຸດທີ X, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ( 2021 – 2025 ), ບົດປະອບຄໍາເຫັນກ່ຽວກັບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ, ຂົງເຂດ ປກຊ-ປກສ ໃນວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຂົງເຂດວຽກງານການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ນອກນັ້ນ, ຍັງໄດ້ຮັບຟັງບົດຄໍາເຫັນຈາກຄອບຄົວຕົວແບບຈາກການລ້ຽງປາເປັນສິນຄ້າ, ປູກອ້ອຍ, ປູກຊາ, ການຜະລິດສິ່ນຄ້າໂອດ໋ອບ ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ສົ່ງເສີມການບໍລິໂພກພາຍໃນແຂວງ.

ພ້ອມທັງ ຮັບຟັງການລາຍງານກ່ຽວກັບການປັບປຸງ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຂວງ ແລະ ບັນດາອົງການຈັດຕັ້ງມະຫາຊົນຢູ່ແຕ່ລະຂັ້ນ ໄປພ້ອມກັບບົດສໍາຫຼວດການນໍາພາລວມຄອງຄະນະພັກແຂວງ ຊຸດທີ X.

ຈາກນັ້ນຄະນະຜູ້ແທນຕ້ອງສຸມສະຕິເຫື່ອແຮງຂອງຕົນເອງ ໃນການຄົ້ນຄວ້າ, ປ່ອນບັດຄັດເລືອກເອົາ ເລຂາ, ຮອງເລຂາ ແລະ ຄະນະພັກແຂວງຊຸດທີ XI ຂອງແຂວງຕື່ມອີກ.

ແຫຼ່ງທີ່ມາ:ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ