ໄຟໄໝ້ໂຮງງານຢາງພາລາຂອງບໍລິສັດ ກາວເຊີນ ເສຍຫາຍໜັກ

192

ເກີດເຫດໄຟໄໝ້ໂຮງງານຢາງພາລາ ບໍລິສັດ ກາວເຊີນ ຢູ່ເຂດບ້ານທົ່ງ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນວັນທີ 1 ຕຸລາ 2020 ປະກາຍໄຟແມ່ນມີການແຜ່ລາມໄປຢ່າງໄວວາ.

ຕາມການລາຍງານຂອງ ທ່ານ ໄມ ລໍວັນໄຊ ຜູ້ຢູ່ໃນເຫດການໜຶ່ງໃນພະນັກງານຂອງໂຮງງານດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງປາຍ ໄດ້ເກີດໄຟໄໝ້ຢູ່ເຕົາອົບຢາງພາລາຂຶ້ນ ພໍເມື່ອຕົນເອງແລ່ນລົງມາຮອດປາກົດວ່າມີແປວໄຟເກີດຂຶ້ນຢູ່ຫຼາຍບ່ອນຂອງໂຮງງານແລ້ວ ຈຶ່ງໄດ້ໂທແຈ້ງເຈົ້າໜ້າທີ່ດັບເພີງມາຊ່ວຍ, ໃນຊົ່ວຂະນະກໍໄດ້ເຫັນລົດດັບເພີງມາຮອດ ແລະ ກໍໄດ້ລະດົມກຳລັງມອດໄຟຢ່າງຂ້ຽວຂາດ ເພື່ອຄວບຄຸມການແຜ່ລາມຂອງໄຟບໍ່ໃຫ້ໄປຫາຈຸດອື່ນ.

ທ່ານ ພັນໂທ ເດດ ມີໄຊ ຮອງຫ້ອງຕຳຫຼວດຜູ້ຊີ້ນຳວຽກງານຈະລາຈອນມອດໄຟແຂວງ ໄດ້ໃຫ້ຮູ້ຕື່ມອີກວ່າ: ເມື່ອໄດ້ຮັບແຈ້ງກໍໄດ້ນຳກຳລັງພົນ ແລະ ລົດດັບເພີງເຂົ້າມາປະຕິບັດການຢ່າງຮີບດ່ວນ ແລະ ທັນເວລາ ໂດຍສະເພາະແມ່ນການຄວບຄຸມເພີງບໍ່ໃຫ້ລາມສູ່ວົງກວ້າງ. ພ້ອມດຽວກັນນັ້ນ, ຍັງໄດ້ຈັດກຳລັງຕຳຫຼວດ  ຈະລາຈອນ ເພື່ອອຳນວຍ ຄວາມສະດວກ, ລະບາຍການສັນຈອນຢູ່ເສັ້ນທາງຕໍ່ໜ້າໂຮງງານໃຫ້ມີຄວາມປອດໄພ.

ສຳລັບສາເຫດຂອງໄຟໄໝ້ໃນຄັ້ງນີ້ ແມ່ນຍັງບໍ່ຮູ້ສາເຫດຢ່າງຊັດເຈນຍັງລໍຖ້າການສືບສວນຂອງເຈົ້າໜ້າທີ່, ໂຮງງານຢາງພາລາຂອງບໍລິສັດກາວເຊີນນີ້ ແມ່ນມີເນື້ອທີ່ທັງໝົດ 5 ເຮັກຕາ, ສະເພາະແຕ່ໂຮງງານມີເນື້ອທີ່ 2 ເຮັກຕາ, ມີການລົງທຶນປະມານ 1,2 ລ້ານໂດລາ, ໂຮງງານແຫ່ງນີ້ແມ່ນນຳໃຊ້ເຂົ້າໃນການຕາກ, ລີດ ແລະ ອົບຢາງພາລາ ເຮັດເປັນຢາງເຄິ່ງສຳເລັດຮູບແລ້ວສົ່ງອອກໄປ ສປ ຈີນ.