ເມືອງສະໝ້ວຍ ປະກາດບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍ 7 ບ້ານ

173

ທ້າຍເດືອນຜ່ານມາ ຫ້ອງການສາທາລະນະສຸກ ເມືອງສະໝ້ວຍ ໄດ້ຈັດພິທີປະກາດບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍ ມີ 7 ບ້ານ ຄື: ບ້ານກິແນະ, ບ້ານອາຍົງ, ບ້ານປີໄຮ່, ບ້ານລະວາໃຕ້, ບ້ານອາໂຫ, ບ້ານລະເສນ ແລະ ບ້ານຕຶບເໜືອ ໂດຍການເປັນປະທານຂອງ ທ່ານ ບຸນຫຼວຍ ສວຍມະນີວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ໂດຍມີ ທ່ານ ບຸນນານ ປັນຍາຈັກ ປະທານກວດກາ   ພັກ – ລັດເມືອງ, ທ່ານ ຄໍາຄ້າຍ ຄໍາສິງສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ, ມີຫ້ອງການອ້ອມຂ້າງເມືອງ, ຫົວໜ້າຈຸດສຸມໃນ 7 ຈຸດສຸມ, ເລຂາໜ່ວຍພັກ – ນາຍບ້ານໃນ 7 ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ອໍາເມັຍ ເລຂາໜ່ວຍພັກ – ນາຍບ້ານໆກິແນະ ຕາງໜ້າໃຫ້ 7 ບ້ານ ຂຶ້ນຜ່ານບົດລາຍງານການເຄື່ອນໄຫວສ້າງບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍຢ່າງເປັນຂະບວນຟົດຟື້ນ ໂດຍການປະຕິບັດ 10 ມາດຖານ ພາຍຫຼັງທີ່ວຽກງານຊຸມຊົນເປັນເຈົ້າການດ້ານສຸຂະນາໄມ ຫຼື ຊຈສ ໄດ້ລົງຮອດພໍ່ແມ່ປະຊາຊົນເຫັນວ່າຈໍານວນວິດຖ່າຍ ແລະ ການຊົມໃຊ້ວິດຖ່າຍຂອງປະຊາຊົນ ຈໍານວນ 7 ບ້ານ ແມ່ນບັນລຸຕາມມາດຖານທີ່ກໍານົດໄວ້ ໂດຍຜ່ານການກວດກາປະເມີນທາງດ້ານວິຊາການ ແລະ ຄະນະກໍາມະການຂັ້ນເມືອງພໍ່ແມ່ປະຊາຊົນ ແລະ ໜ່ວຍງານຕ່າງໆ.

[ ໂດຍ: ນັກຂ່າວເມືອງສະໝ້ວຍ ]