ກອງບັນຊາການທະຫານແຂວງໄຊສົມບູນ ປະກາດການຈັດຕັ້ງ

196

ວັນທີ 2 ຕຸລາ 2020 ນີ້ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນ, ເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຄະນະຈາກປະຊວງປ້ອງກັນປະເທດ, ຄະນະຈັດຕັ້ງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງວັນ ທຳມະວົງ ຫົວໜ້າ – ຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເພີ່ມຕື່ມ ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ເປັນກໍາມະການຄະນະບໍລິຫານງານພັກແຂວງໄຊສົມບູນ, ມະຕິຂອງຄະນະປະຈໍາພັກແຂວງໄຊສົມບູນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ຮອງເລຂາຄະນະພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາການທະຫານ  ແຂວງຂຶ້ນເປັນ ເລຂາ, ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ຄະນະປະຈໍາກອງບັນຊາການ, ຮອງຫົວໜ້າການເມືອງ ຂຶ້ນເປັນຮອງເລຂາຄະນະພັກກອງບັນຊາການທະຫານ  ແຂວງ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຕ່ງຕັ້ງຄະນະກອງບັນຊາການທະຫານແຂວງ ເຊັ່ນ: ແຕ່ງຕັ້ງ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ເປັນຮັກສາການຫົວໜ້າການເມືອງ, ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ທີ່ຍົກຍ້າຍຈາກກອງພົນທະຫານຮາບທີ I ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງໄຊສົມບູນ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສາຍແກ້ວ ແກ້ມສົມຂຽນ ເປັນຮອງຫົວໜ້າພະແນກເສນາທິການ, ກອງບັນຊາການທະຫານເມືອງລ້ອງແຈ້ງ, ສະຫາຍ ພັນໂທ ສີມອນ ສີປະເສີດ ເປັນຫົວໜ້າພະແນກອົບຮົມ ກອງບັນຊາການທະຫານ  ແຂວງໄຊສົມບູນ, ທັງນີ້, ກໍເພື່ອເຮັດໃຫ້ຄະນະພັກ – ຄະນະບັນຊາຂອງກອງບັນຊາການທະຫານແຂວງມີຄວາມເຂັ້ມແຂງ ແລະ ທັງເປັນການປັບປຸງການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນກົມກອງຂອງກອງບັນຊາການທະຫານ  ແຂວງໄຊສົມບູນ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນ ກວ່າເດີມ.

[ ຂໍ້ມູນ: ຈໍນີທໍ່ ]