ອິນໂດວາງແຜນສີດວັກແຊັງຕ້ານໂຄວິດໃຫ້ປະຊາຊົນ 160 ລ້ານຄົນ ໃນປີໜ້າ

232

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານອິນໂດເນເຊຍ ມີແຜນສີດວັກແຊັງຕ້ານໂຄວິດ – 19 ໃຫ້ປະຊາຊົນ ຈຳນວນ 160 ລ້ານຄົນພາຍໃນປີໜ້າ ເຊິ່ງກວມເອົາກວ່າເຄິ່ງໜຶ່ງຂອງຈຳນວນປະຊາກອນທັງໝົດ, ທັງນີ້ ອິນໂດເນເຊຍມີປະຊາກອນຫຼາຍເປັນອັນດັບ 4 ຂອງໂລກ ຮອງຈາກ ສປ ຈີນ, ອິນເດຍ ແລະ ສະຫະລັດອາເມຣິກາ.

ທ່ານ ແອລັງກາ ຮາຕາໂຕ ລັດຖະມົນຕີຝ່າຍປະສານງານກິດຈະການດ້ານເສດຖະກິດຂອງອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານມີແຜນສີດວັກແຊັງຕ້ານໂຄວິດ – 19 ໃຫ້ແກ່ປະຊາຊົນທີ່ມີອາຍຸແຕ່ 19 – 59 ປີ ເປັນກຸ່ມຄົນອັນດັບທຳອິດກ່ອນ ເຊິ່ງກວມເອົາປະມານ 70% ຂອງປະຊາກອນທັງໝົດ 268 ລ້ານຄົນ ເຊິ່ງກຸ່ມເປົ້າໝາຍທີ່ໄດ້ຮັບວັກແຊັງທຳອິດນີ້ມີທັງບຸກຄະລາກອນທັງການແພດ, ຕຳຫຼວດ, ທະຫານ ແລະ ກຸ່ມຄົນທີ່ມີສ່ວນກ່ຽວຂ້ອງກັບການຄວບຄຸມພະຍາດໂຄວິດ – 19.

ໃນຂະນະທີ່ຕົວເລກຜູ້ຕິດເຊື້ອສະສົມມາຮອດວັນທີ 2 ຕຸລາຜ່ານມາ, ອິນໂດເນເຊຍມີຜູ້ຕິດເຊື້ອທັງໝົດເກືອບ 295.500 ຄົນ, ເສຍຊີວິດ 10.972 ຄົນ.