ທ່ານ ຄິມ ຈອງ ອຶນ ຢ້ຽມຢາມການຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ

223

ສຳນັກຂ່າວ ເຄຊີເອັນເອ ຂອງ ສປປ ເກົາຫຼີ ລາຍງານເມື່ອວັນທີ 2 ຕຸລາຜ່ານມາວ່າ: ທ່ານ ຄິມ ຈອງ ອຶນ ຜູ້ນຳ ສປປ ເກົາຫຼີ ພ້ອມຄະນະໄດ້ລົງຢ້ຽມຢາມເຂດຟື້ນຟູຜົນກະທົບຈາກພາຍຸພັດຜ່ານ ສປປ ເກົາຫຼີ ຫຼາຍຫົວເມື່ອບໍ່ດົນມານີ້ທີ່ເຂດຄິມຮວາ ທາງທິດຕາເວັນອອກສ່ຽງໃຕ້ຂອງ ສປປ ເກົາຫຼີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ໜ່ວຍງານກ່ຽວຂ້ອງໄດ້ເອົາໃຈໃສ່ຟື້ນຟູເຂດທີ່ປະສົບໄພພິບັດໃຫ້ກັບມາຢ່າງໄວວາ, ພ້ອມລະບຸວ່າໄພພິບັດປີນີ້ຖືວ່າຮ້າຍແຮງທີ່ສຸດ ແລະ ປີນີ້ຈະເປັນໜຶ່ງປີ ຄວາມທຸກຍາກຂອງ ສປປ ເກົາຫຼີ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ແນວໃດກໍຕາມ, ຜູ້ນຳ ສປປ ເກົາຫຼີ ຍັງໄດ້ກ່າວສະແດງຄວາມເຫັນວ່າ ໜ້າເສຍດາຍເຮືອນຂອງປະຊາຊົນທີ່ໄດ້ຮັບການກໍ່ສ້າງຂຶ້ນໃໝ່ນີ້ ມີການອອກແບບຄ້າຍຄືກັນເກືອບທັງໝົດ, ໃນຂະນະທີ່ສື່ທາງການ ສປປ ເກົາຫຼີ ໄດ້ລາຍງານຂ່າວກ່ອນໜ້ານີ້ວ່າບ້ານເຮືອນທີ່ສ້າງຂຶ້ນໃໝ່ໃນພື້ນທີ່ດັ່ງກ່າວນີ້ ປຽບເໝືອນແດນສະຫວັນຂອງສັງຄົມນິຍົມ.