6 ປະໂຫຍດຂອງ “ໝາກມັງຄຸດ” ລາຊີນີໝາກໄມ້ ຕ້ານມະເຮັງລຳໄສ້-ຕ່ອມລູກໝາກ.

0
339

“ໝາກມັງຄຸດ” ເປັນໝາກໄມ້ທີ່ຄຸ້ນເຄີຍ ແລະ ອາດເປັນໝາກໄມ້ທີ່ຫຼາຍໆ ຄົນມັກກິນຢູ່ແລ້ວ ຍິ່ງເມື່ອໄດ້ຮູ້ວ່າໝາກມັງຄຸດໜ່ວຍນ້ອຍໆ ນັ້ນອຸດົມໄປດ້ວຍສານອາຫານ ແລະ ວິຕາມິນທີ່ຫຼາກຫຼາຍ ຈຶ່ງໄດ້ຂະໜານນາມວ່າ “ລາຊີນີໝາກໄມ້ແຫ່ງອາຊີ” ເພາະໝາກມັງຄຸດໜ່ວຍນ້ອຍໆ ນີ້ມີສານອາຫານ ທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍ.

6 ປະໂຫຍດຂອງມັງຄຸດ

1 ມັງຄຸດມີວິຕາມິນຊີທີ່ຊ່ວຍຫຍໍ້ເວລາໃນການເປັນໄຂ້ຫວັດໃຫ້ເຊົາໄວຂຶ້ນ ເສີມສ້າງພູມຄຸ້ມກັນພະຍາດໃຫ້ກັບຮ່າງກາຍ ແລະ ຫຼຸດຄວາມສ່ຽງຂອງພະຍາດລັກປິດລັກເປີດ ( ເລືອດອອກຕາມຊອກແຂ້ວ ).

2 ໝາກມັງຄຸດມີວິຕາມິນບີຄອມເພລັກ ( ບີ1 ໄນອະຊິນ ) ທີ່ຊ່ວຍໃນການເຜົາຜານພະລັງງານ ແລະ ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ.

3 ໝາກມັງຄຸດມີໂຟເລດທີ່ດີຕໍ່ຜູ້ຍິງທີ່ຖືພາ ເພາະຊ່ວຍປ້ອງກັນການພິການແຕ່ກຳເນີດໃນເດັກນ້ອຍ ຊ່ວຍໃນການສ້າງນໍ້ານົມຂອງແມ່ຫຼັງເກີດລູກ ແລະ ຍັງຊ່ວຍຫຼຸດຄວາມສ່ຽງເປັນພະຍາດຫົວໃຈນຳອີກ.

4 ມັງຄຸດມີໃຍອາຫານຈຳນວນຫຼາຍ ທີ່ຊ່ວຍການເຮັດວຽກຂອງລະບົບຂັບຖ່າຍ ແລະ ຫຼຸດຄວາມສ່ຽງຂອງພະຍາດທີ່ກ່ຽວກັບລຳໄສ້ຕ່າງໆ.

5 ງານວິໄຈພົບວ່າ ສານສະກັດຈາກໝາກມັງຄຸດມີລິດຕ້ານການລຸກລາມຂອງມະເຮັງລຳໄສ້ ແລະ ມະເຮັງຕ່ອມລູກໝາກ.

6 ໝາກມັງຄຸດມີສານທີ່ມີລິດຕ້ານອະນຸມູນອິດສະລະສູງ ຊ່ວຍຕ້ານການອັກເສບ.

LEAVE A REPLY

Please enter your comment!
Please enter your name here