ສຳເລັດກອງປະຊຸມສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

120

ສະຫະພາບເອີຣົບ ( EU ) ແລະ ສປປ ລາວ ໄດ້ຈັດກອງປະຊຸມທາງໄກດ້ານວິຊາການຮ່ວມ ( JEM ) ຄັ້ງທີ 4 ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ ( VPA ) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າ ໄມ້ ( FLEGT ) ລະຫວ່າງວັນທີ  9 – 11 ກັນຍາ 2020 ເຂົ້າຮ່ວມຂອງບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ.

ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງເປັນປະທານຮ່ວມກອງປະຊຸມ ໄດ້ກ່າວວ່າ: ນັບຕັ້ງແຕ່ກອງປະຊຸມດ້ານວິຊາການຮ່ວມ ຄັ້ງທີ 3 ໃນເດືອນມິຖຸນາ 2019 ສປປ ລາວ ໄດ້ປະກາດໃຊ້ ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ, ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ, ດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບັນດາລະບຽບການທີ່ສຳຄັນອື່ນໆ.

ກອງປະຊຸມໄດ້ປຶກສາຫາລື 5 ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ, ທີ່ຈະໄດ້ນຳໃຊ້ເພື່ອກວດກາຢັ້ງຢືນຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ທັງສອງຝ່າຍ ໄດ້ຕົກລົງເຫັນດີຮັບຮອງໃນເບື້ອງຕົ້ນເອົາ 5 ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍດັ່ງກ່າວ.

ທ່ານ ນາງ Gordana Topic ພະນັກງານດ້ານນະໂຍບາຍຈາກກົມສິ່ງແວດລ້ອມຂອງສະຫະພາບເອີຣົບ ແລະ ເປັນປະທານຮ່ວມກອງປະຊຸມໄດ້ກ່າວວ່າ: “ ພວກເຮົາມີ ຄວາມຍິນດີຕໍ່ຄວາມຄືບໜ້າໃນການສ້າງ 5 ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ແລະ ຕໍ່ການກະກຽມທີ່ກຳລັງດຳເນີນການທົດລອງລະບົບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ໃນພາກສະໜາມ ແລະ ລະບົບການກວດກາຢັ້ງຢືນຄວາມຖືກຕ້ອງ ”, “ ພວກເຮົາຫວັງວ່າຜົນໄດ້ຮັບຈາກການເຮັດວຽກໃນຕໍ່ໜ້າ ກ່ຽວກັບການສ້າງລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ເຊິ່ງຈະເປັນອົງປະກອບທີ່ສຳຄັນຂອງຂໍ້ຕົກລົງໃນການເຂົ້າເປັນຄູ່ຮ່ວມການຄ້າແບບສະໝັກໃຈ ແລະ ຈະເປັນບາດກ້າວທີ່ສຳຄັນ ເພື່ອກ້າວໄປສູ່ການຄຸ້ມຄອງປ່າໄມ້ທີ່ດີ ແລະ ການຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍ ທີ່ຈະກໍ່ໃຫ້ເກີດຜົນກະທົບທາງດ້ານບວກຕໍ່ຂະແໜງການປ່າໄມ້ຂອງ ສປປ ລາວ.