ບໍລິສັດດອກງິ້ວຄໍາ ສືບຕໍ່ຊ່ວຍເຫຼືອສັງຄົມ ຄັ້ງນີ້ມອບງົວໃຫ້ທະຫານແຂວງ ບໍ່ແກ້ວ 100ກວ່າໂຕ

147

ດັ່ງທີ່ຫຼາຍທ່ານຮັບຮູ້ແລ້ວວ່າປີນີ້ ຫຼາຍກິດຈະການໃນທົ່ວໂລກລ້ວນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເຊັ່ນດຽວກັນກັບປະເທດລາວເຮົາ ເວົ້າລວມ ເວົ້າສະເພາະ ບໍລິສັດ ດອກງິ້ວຄໍາ ທີ່ພົບວິກິດບໍ່ຕ່າງກັນ ແຕ່ເພິ່ນກໍ່ມີໃຈຊ່ວຍເຫຼືອສັງຄົມມາຕະຫຼອດ, ຫຼ້າສຸດຊ່ວຍເຫຼືອອ້າຍນ້ອງທະຫານແຂວງບໍ່ແກ້ວ ດ້ວຍການມອບງົວເປັນທຶນສ້າງເສດຖະກິດ 100 ກວ່າໂຕ ພ້ອມຍິນດີຮັບຊື້ຄືນໃນລາຄາຍຸຕິທໍາເມື່ອລ້ຽງໃຫຍ່.

ໃນວັນທີ 30 ກັນຍາ 2020 ທີ່ຜ່ານມາ ທີ່ຟາມງົວ ບໍລິສັດ ດອກງິ້ວຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບ ພໍ່ງົວພັນ -ແມ່ງົວພັນ ລະຫວ່າງ ບໍລິສັດດອກງິ້ວຄຳ ແລະ ທ່ານ ພັນໂທ ສອນໄຊ ວົງພະຈັນ ຫົວໜ້າຫ້ອງພະລາທິການ ທະຫານແຂວງບໍ່ແກ້ວ.

ໃນພິທີ ທັງສອງຝ່າຍໄດ້ເຊັນບົດບັນທຶກສັນຍາ ມອບ-ຮັບຢ່າງເປັນທາງການ ໂດຍງົວທີ່ນຳມາມອບປະກອບມີ ມີທັງໝົດ 110 ໂຕ, ໃນນັ້ນ ແມ່ພັນງົວຈໍານວນ 100 ໂຕ (ມີອາຍຸ 3-5 ປີ) ແລະ ພໍ່ພັນງົວ ຈໍານວນ 10 ໂຕ (ມີອາຍຸ 2-5 ປີ). ນອກຈາກນີ້ກໍ່ໄດ້ມອບອຸປະກອນບົດຫຍ້າ 1 ເຄື່ອງ, ຊ່ວຍເຝິກອົບຮົມຄວາມຮູ້, ດ້ານເຕັກນິກ, ວິທີການລ້ຽງ, ວິທີການໃຫ້ວັກຊີນກັນພະຍາດຕ່າງໆ ໃຫ້ແກ່ວິຊາການຂອງກອງບັນຊາການທະຫານແຂວງບໍ່ແກ້ວ.

ການມອບງົວໃນຄັ້ງນີ້ກໍ່ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມເສດຖະກິດ ໃຫ້ກົມກອງມີລາຍຮັບທີ່ເຂັ້ມແຂງ, ຮັບປະກັນຊີວິດການເປັນຢູ່ ແລະ ສ້າງເສດຖະກິດໃຫ້ແກ່ພະນັກງານ-ນັກຮົບໃຫ້ດີຂຶ້ນ, ພ້ອມນີ້ຫຼັງຈາກນໍາໄປລ້ຽງແລ້ວ ເມື່ອສັດລ້ຽງເຕີບໃຫຍ່ທາງບໍລິສັດຈະເປັນຜູ້ຮັບເກັບຊື້ຄືນ ດ້ວຍລາຄາທີ່ຍຸຕິທຳ.

ໂອກາດດຽວກັນ ພັນໂທ ສອນໄຊ ວົງພະຈັນ ກໍ່ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ດອກງິ້ວຄໍາ ທີ່ເຫັນຄວາມສຳຄັນໃນ ການພັດທະນາກົມກອງ ໂດຍການຜະລິດກະສິກຳເປັນສິນຄ້າ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນ 4 ປູກ 4 ລ້ຽງ ຂອງກອງທັບວາງອອກ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາງົວດັ່ງກ່າວໄປຂະຫຍາຍພັນໃຫ້ເກີດດອກອອກຜົນຍິ່ງໆຂື້ນ.

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ