ເສດຖະກິດຫວຽດນາມ ຂະຫຍາຍຕົວຕ່ຳສຸດໃນຮອບ 10 ປີ

228

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຂອງປີ 2020 ເສດຖະກິດຫວຽດນາມຂະຫຍາຍຕົວ ໃນລະດັບ 2,12% ເຊິ່ງເປັນການຂະຫຍາຍຕົວໃນອັດຕາທີ່ຕ່ຳທີ່ສຸດ ນັບແຕ່ປີ 2010 ເປັນຕົ້ນມາ.

ລາຍງານລະບຸວ່າ: ໃນ 9 ເດືອນຂອງປີ 2020 ເສດຖະກິດຫວຽດນາມຂະຫຍາຍຕົວປະມານ 2,12% ເຊິ່ງໃນນັ້ນ, ກະສິກຳ, ປ່າໄມ້ ແລະ ການປະມົງຂະຫຍາຍຕົວ 1,84% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ອຸດສາຫະກຳ ແລະ ການກໍ່ສ້າງຂະຫຍາຍຕົວ 3,08% ແລະ ພາກບໍລິການຂະຫຍາຍຕົວ 1,37%.

ລາຍງານລະບຸວ່າ: ສະເພາະໄຕມາດ 3 ຂອງປີນີ້ ເສດຖະກິດຫວຽດນາມຂະຫຍາຍຕົວ 2,62%, ໃນຂະນະທີ່ໄຕມາດ 2 ຂະຫຍາຍຕົວພຽງ 0,39%, ທັງນີ້ ຫວຽດນາມ ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ດີ ເຮັດໃຫ້ກິດຈະກຳທາງດ້ານເສດຖະກິດຕ່າງກໍກັບມາດຳເນີນການໄດ້ໄວ.

ໃນຂະນະທີ່ທະນາຄານພັດທະນາອາຊີ ຫຼື ເອດີບີ ປະເມີນເມື່ອເດືອນສິງຫາຜ່ານມາວ່າ: ເສດຖະກິດຫວຽດນາມ ຈະຂະຫຍາຍຕົວ 1,8% ໃນປີ 2020 ແລະ ເພີ່ມເປັນ 6,3% ໃນປີ 2021.