ອີຢູ ແລະ ອັງກິດ ກ້າວເຂົ້າສູ່ຮອບເຈລະຈາສຸດທ້າຍທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ

87

ຕາມຂ່າວສານຈາກຫວຽດນາມ ໃຫ້ຮູ້ວ່າ: ວັນທີ 29 ກັນຍາ ສະຫະພາບເອີຣົບ ( ອີຢູ ) ແລະ ອັງກິດ ຈະເລີ່ມຕົ້ນຮອບເຈລະຈາເທື່ອທີ 9 ແລະ ກໍແມ່ນຮອບສຸດທ້າຍ, ຄາດວ່າຈະເຫັນດີເປັນເອກະພາບກ່ຽວກັບການພົວພັນ 2 ຝ່າຍ ພາຍຫຼັງອັງກິດຖອນຕົວອອກຈາກ ອີຢູ ( Brexit ).

ກອງປະຊຸມເຈລະຈາຈະດຳເນີນໃນເວລາ 4 ວັນ ເຊິ່ງສຸມໃສ່ບັນດາສິ່ງຕິດຂັດຕົ້ນຕໍທີ່ຍັງຄົງຄ້າງຄື ການແກ່ງແຍ່ງຍຸຕິທຳ ຫຼື ການຫາປາ; 2 ຝ່າຍກໍປຶກສາຫາລືກ່ຽວກັບບັນດາບັນຫາອື່ນໆຄືດ້ານການຄ້າສິນຄ້າ ແລະ ການບໍລິການ, ກຳລັງຄວາມສາມາດ ແລະ ການຮ່ວມມືດ້ານຕຸລາການ.

ທັງ 2 ຝ່າຍ ກໍຖະແຫຼງວ່າ: ພວມມຸ່ງໄປເຖິງເປົ້າໝາຍໜຶ່ງດຽວ ນັ້ນແມ່ນບັນລຸໄດ້ຂໍ້ຕົກລົງໃນທ້າຍເດືອນຕຸລາ ເພື່ອອະນຸຍາດວິວັດທະນາການໃຫ້ສັດຕະຍາບັນຂອງສະພາແຫ່ງຊາດໄດ້ດຳເນີນ, ທັງຢູ່ ອີຢູ ກໍຄືຢູ່ອັງກິດ. ເປົ້າໝາຍຂອງການເຈລະຈາ ແມ່ນບັນລຸໄດ້ຂໍ້ຕົກລົງເຊິ່ງມີຜົນສັກສິດໃນວັນທີ 1 ມັງກອນ 2021 ເມື່ອໄລຍະປ່ຽນຜ່ານສິ້ນສຸດລົງ. ຫຼັງຈາກນັ້ນ ຣາຊະອານາຈັກອັງກິດ ຈະຖອນຕົວອອກຈາກລະບອບລະບຽບການຂອງ ອີຢູ ຕະຫຼອດການເພື່ອກາຍເປັນປະເທດທີ 3.