ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ສ່ວຍສາອາກອນປະຈຳແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່, ແນະນຳກ່ຽວກັບວຽກງານເດີນສໍາຫຼວດຖານລາຍຮັບງົບປະມານ ແລະ ວິທີການປະເມີນຫົວໜ່ວຍວິສາຫະກິດ ຂຶ້ນໃນວັນທີ 28 ກັນຍາ 2020 ເຂົ້າຮ່ວມມີ ທ່ານ ຄໍາເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນ ແຂວງອັດຕະປື, ມີທ່ານ ທຳມະລົດ ຣາດຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.
ທ່ານ ທໍາມະລົດ ຣາດຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ກ່າວມີຄໍາເຫັນວ່າ: ເພື່ອເປັນການຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດການກຳນົດເງື່ອນໄຂການຈັດແບ່ງຂະໜາດຂອງວິສາຫະກິດ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ສ້າງຄວາມສະດວກໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການເກັບລາຍຮັບສ່ວຍສາອາກອນ ພ້ອມທັງຊຸກຍູ້ຫົວໜ່ວຍວິສາຫະກິດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຫຼຸດຊ່ອງວ່າງການສວຍໃຊ້ໂອກາດຕ່າງໆ ແລະ ຫາງສຽງຂອງສັງຄົມໃຫ້ຫຼຸດລົງເທື່ອລະກ້າວ
ຕະຫຼອດຮອດຫົວໜ່ວຍວິສາຫະກິດຕ້ອງໄດ້ຮັບຮູ້ການຫັນເປັນທັນສະໄໝໃນການແຈ້ງ – ມອບພັນທະອາກອນ ແລະ ພັນທະອື່ນໆຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ຮັບປະກັນໃຫ້ແກ່ການປະຕິບັດລາຍຮັບງົບປະມານ ໃນປີ 2020 ໃຫ້ບັນລຸ ແລະ ຄາດຄະເນແຜນການລາຍຮັບ ປະຈຳປີ 2021 ໃຫ້ມີຄວາມລະອຽດຊັດເຈນ, ທີ່ປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄໍາແນະນໍາກ່ຽວກັບວຽກງານລົງສຳຫຼວດຖານລາຍຮັບງົບປະມານ ແລະ ການປະເມີນຫົວໜ່ວຍວິສາຫະກິດໃນການຈັດຕັ້ງປະຕິບັດການກຳນົດເງື່ອນໄຂການຈັດແບ່ງຂະໜາດຂອງວິສາຫະກິດ.
( ຮູບ – ຂໍ້ມູນ: ວັດທະນາ ຫຼວງອາໄພ )