ຜູ້ຕິດເຊື້ອໂຄວິດໃນ ສ.ເກົາຫຼີ ສ່ວນຫຼາຍມີອາການອ່ອນເພຍ ບໍ່ຮັບຮູ້ກິ່ນ – ລົດຊາດ

96

ສຳນັກຂ່າວຣອຍເຕີ ລາຍງານວ່າ: ຜົນການສຶກສາຂອງ ສ.ເກົາຫຼີ ພົບວ່າ 9 ໃນ 10 ຂອງຜູ້ຕິດເຊື້ອພະຍາດໂຄວິດ – 19 ຢູ່ ສ.ເກົາຫຼີ ມີອາການຂ້າງຄຽງ ເຊັ່ນ: ອ່ອນເພຍ, ບໍ່ຮັບຮູ້ກິ່ນ ແລະ ລົດຊາດ.

ທ່ານ ຄວອນ ຈູນ ອຸ໊ກ ເຈົ້າໜ້າທີ່ກົມຄວບຄຸມ ແລະ ປ້ອງກັນພະຍາດ ສ.ເກົາຫຼີ ( KDCA ) ເປີດເຜີຍວ່າ: ຜົນສຳຫຼວດຄັ້ງນີ້ໄດ້ສອບຖາມຜູ້ຕິດເຊື້ອພະຍາດໂຄວິດ – 19 ຈຳນວນ 965 ຄົນ ເຊິ່ງຜົນສຳຫຼວດພົບວ່າຜູ້ຕິດເຊື້ອ ຈຳນວນ 879 ຄົນ ຫຼື ປະມານ 91,1% ຕ່າງມີຜົນຂ້າງຄຽງຢ່າງໜ້ອຍຄົນລະໜຶ່ງອາການ ເຊິ່ງສ່ວນໃຫຍ່ມີອາການອ່ອນເພຍກວມ 26,2%, ມີອາການສູນເສຍສະມາທິ 24,6% ແລະ ຍັງມີອາການອື່ນໆອີກ ເປັນຕົ້ນແມ່ນບໍ່ຮັບຮູ້ກິ່ນ ແລະ ລົດຊາດ.

ທ່ານ ຄິມ ຊິນ ອູ ອາຈານປະຈຳຄະນະແພດສາດ ມະຫາວິທະຍາໄລແຫ່ງຊາດ ຄຍອງພຸກ ຂອງ ສ.ເກົາຫຼີ ເຊິ່ງເປັນຜູ້ດຳເນີນການສຳຫຼວດຄັ້ງນີ້ທາງອອນລາຍ ເຊິ່ງໄດ້ຊຸ້ມເອົາຕົວຢ່າງ ຈຳນວນ 5.762 ຄົນ, ໃນນັ້ນມີຜູ້ທີ່ຕິດເຊື້ອພະຍາດໂຄວິດ – 19 ປະມານ 965 ຄົນ ເຊິ່ງພົບວ່າ 9 ໃນ 10 ຄົນຕອບວ່າມີອາການຂ້າງຄຽງຢ່າງໜ້ອຍໜຶ່ງອາການ.

ນອກຈາກນີ້ ສ.ເກົາຫຼີ ຍັງຈະຮ່ວມມືກັບສະຖາບັນການແພດອື່ນໆອີກ 16 ແຫ່ງ ເພື່ອສຶກສາເຖິງສະພາວະແຊກຊ້ອນຂອງພະຍາດ ຜ່ານການວິເຄາະດ້ວຍການເຮັດ ຊີທິສສະແກນກັບຜູ້ທີ່ຕິດເຊື້ອໂຄວິດ – 19 ທີ່ປິ່ນປົວດີແລ້ວ ໂດຍຈະເລີ່ມໃນຕົ້ນປີໜ້າ.