ສາຍການບິນກາຕາ ໄດ້ຮັບເງິນຊ່ວຍເຫຼືອ 1,95 ຕື້ໂດລາສະຫະລັດ

128

ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ສາຍການບິນ ກາຕາແອເວ ໄດ້ຮັບເງິນຊ່ວຍເຫຼືອ 7,3 ຕື້ຣີຢາດ ( 1,95 ຕື້ໂດລາສະຫະລັດ ) ຈາກລັດຖະບານກາຕາ ຫຼັງຈາກບໍລິສັດນີ້ ປະກາດການສູນເສຍລາຍໄດ້ເຖິງ 7 ຕື້ຣີຢາດ ໃນປີງົບປະມານ 2019 – 2020 ( ສິ້ນສຸດໃນທ້າຍເດືອນມີນາ ປີ 2020 ).

ການເຄື່ອນໄຫວດັ່ງກ່າວມີຂຶ້ນ ຫຼັງຈາກສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອບັນດາບໍລິສັດສາຍການບິນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຂະແໜງທ່ອງທ່ຽວທົ່ວໂລກ ເຮັດໃຫ້ການທ່ອງທ່ຽວຕ້ອງຢຸດສະງັກລົງຕັ້ງແຕ່ຕົ້ນປີເປັນຕົ້ນມາ.

ຂໍ້ມູນຈາກສາຍການບິນກາຕາແອເວ ລະບຸວ່າ: ສາຍການບິນກາຕາ ແອເວ ຍອມຮັບວ່າ ບໍລິສັດໄດ້ຂາດທຶນປະຈຳປີ ເກີນກວ່າ 50% ໂດຍສາຍການບິນໄດ້ພະຍາຍາມຫຼຸດຕົ້ນທຶນລົງດ້ວຍການປັບຫຼຸດພະນັກງານລົງ ລວມທັງຢຸດຕິການຊື້ຍົນໃໝ່ ເພື່ອປະຄອງທຸລະກິດໃຫ້ຢູ່ລອດ ເຊິ່ງການຊ່ວຍເຫຼືອຂອງລັດຖະບານຄັ້ງນີ້ຈະເຮັດໃຫ້ບໍລິສັດມີຄວາມເຂັ້ມແຂງດ້ານການເງິນຂຶ້ນອີກລະດັບໜຶ່ງ.