ກຸ່ມ ຈີ 20 ເຊີນຊວນ ລົງທຶນສົ່ງເສີມສະຖຽນລະພາບດ້ານພະລັງງານ

137

ສຳນັກຂ່າວກຽວໂຕ ລາຍງານວ່າ: ລັດຖະມົນຕີພະລັງງານຂອງປະເທດກຸ່ມ G20 ໄດ້ເຊີນຊວນບັນດາປະເທດທົ່ວໂລກ ລົງທຶນສົ່ງເສີມເຕັກໂນໂລຊີ ແລະ ໂຄງສ້າງພື້ນຖານ ເພື່ອຍົກລະດັບຄວາມໝັ້ນຄົງດ້ານພະລັງງານ ແລະ ສະໜັບສະໜູນສະຖຽນລະພາບຕະຫຼາດ ທ່າມກາງບັນດາປະເທດທົ່ວໂລກເລັ່ງຟື້ນຟູຜົນກະທົບຈາກວິກິດໂຄວິດ – 19.

ໃນຖະແຫຼງການຮ່ວມຂອງລັດຖະມົນຕີພະລັງງານກຸ່ມ ຈີ 20 ລະບຸວ່າ: “ ໃນຂະນະທີ່ພວກເຮົາກຳລັງຮັບມືກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ພວກເຮົາເຫັນວ່າຄວາມໝັ້ນຄົງທາງດ້ານພະລັງງານຄືກຸນແຈສຳຄັນສູ່ກິດຈະກຳທາງເສດຖະກິດ ເປັນອົງປະກອບສຳຄັນຂອງການເຂົ້າເຖິງພະລັງງານ ແລະ ເປັນເສົາຄ້ຳຫຼັກຂອງສະຖຽນລະພາບຕະຫຼາດພະລັງງານ ”.

ລັດຖະມົນຕີພະລັງງານກຸ່ມ ຈີ 20 ລະບຸວ່າ: ການຫຼຸດການລົງທຶນດ້ານພະລັງງານລົງໃນໄລຍະຜ່ານມາ ຖືວ່າເປັນ ຄວາມສ່ຽງດ້ານພະລັງງານໃນການສົ່ງເສີມການຟື້ນຕົວຂອງເສດຖະກິດ, ດັ່ງນັ້ນ ກຸ່ມ ຈີ 20 ຈຶ່ງຊ່ວຍກັນຂັບເຄື່ອນການລົງທຶນທັງພາກລັດ ແລະ ເອກະຊົນໃສ່ພະລັງງານ. ພ້ອມທັງເນັ້ນຢ້ຳແຜນກະຕຸ້ນ ເພື່ອກະຕຸ້ນກິດຈະກຳທາງເສດຖະກິດຢ່າງທົ່ວເຖິງ ເພື່ອສົ່ງເສີມສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງຕະຫຼາດພະລັງງານ.