ໄຊບູລີ ຕິດຕັ້ງດອກໄຟພະລັງງານແສງຕາເວັນໃສ່ບໍລິເວນຂົວປາກເຊບັ້ງໄຟ

262

ທ່ານ ວັນໄຊ ສີປັດໄຈ ຫົວ ໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ຜູ້ຊີ້ນໍາກຸ່ມບ້ານປາກເຊບັ້ງໄຟ ສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕັ້ງດອກໄຟພະລັງງານແສງຕາເວັນ ( solar cell ) ຈໍານວນ 4 ດອກ ໃສ່ໃນບໍລິເວນຂົວປາກເຊບັ້ງໄຟ ຂຶ້ນໃນວັນທີ 24 ກັນຍາ2020.

ຂົວເຊບັ້ງໄຟ ເປັນຂົວເຊື່ອມຕໍ່ຊາຍແດນລະຫວ່າງກເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ ເມືອງໜອງບົກ ແຂວງຄໍາມ່ວນ ເພື່ອໃຫ້ຄວາມສະຫວ່າງສະໄຫວໃນຍາມກາງຄືນ, ການສັນຈອນໄປ – ມາມີຄວາມສະດວກປອດໄພ ແລະ ຫຼຸດຜ່ອນການເກີດອຸບັດເຫດ ທັງເປັນການສ້າງຄວາມສາມັກຄີລະຫວ່າງ 2 ເມືອງດັ່ງກ່າວ ທີ່ມີຊາຍແດນຕິດຈອດກັນ. ພ້ອມນີ້, ກໍຍັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.

ເຊິ່ງດອກໄຟຟ້າພະລັງງານແສງຕາເວັນທີ່ລົງຕິດຕັ້ງໃນຄັ້ງນີ້ ແມ່ນເປັນລະບົບປິດ – ເປີດອັດຕະໂນມັດ ໂດຍຈະຕິດຕັ້ງໃນເຂດຂົວເບື້ອງເມືອງໄຊບູລີ 4 ດອກ ແລະ ເຂດເມືອງໜອງບົກ 4 ດອກ ລວມມີ 8 ດອກ, ສໍາລັບເມືອງໄຊບູລີ ແມ່ນໄດ້ທໍາການຕິດຕັ້ງສໍາເລັດແລ້ວ ລວມມູນຄ່າ 3.600.000 ກີບ.