ເປີດໂຕອໍນິວຮອນດ້າຊິຕີ້

81

ບໍລິສັດ ນິວຈິບເຊັງຈໍາກັດ ໄດ້ຈັດພິທີເປີດໂຕລົດ ALL NEW HONDA CITY ຂຶ້ນໃນວັນທີ 29 ກັນຍາ 2020 ທີ່ຫ້ອງຂາຍລົດຮອນດ້າ ນະຄອນຫຼວງວຽງຈັນ ໂດຍມີຄະນະຜູ້ບໍລິຫານ ບໍລິສັດນິວຈິບເຊັງ ແລະ ແຂກຖືກເຊີນພ້ອມສື່ມວນຊົນເຂົ້າຮ່ວມ.

ອໍນິວຮອນດ້າຊິຕີ້ ເປັນລົດເກັ໋ງທີ່ມີການປັບຮູບແບບໃໝ່ໃຫ້ໂດດເດັ່ນ ແລະ ສວຍງາມກວ່າເກົ່າ ໂດຍສະເພາະກະຈ່າງໜ້າໃໝ່ ແບບ Chromium, ແວ່ນຂ້າງແບບໃໝ່ ພ້ອມໄຟລ້ຽວໃນໂຕແບບ LED ໄຟໜ້າແບບ Projector ພ້ອມ LED Day Time Running Light ແລະ ໄຟທ້າຍອອກແບບໃໝ່ ແບບ LED ມືຈັບແບບ Chromium ມີປຸ່ມ swift ກົດລັອກຕົວລໍ້ແມັກແບບ Alloy 16 ນິ້ວ.

ຫ້ອງໂດຍສານພາຍໃນອອກແບບມາຢ່າງກວ້າງຂວາງ ອອກແບບໃຫ້ສອດຄ່ອງກັບຮ່າງກາຍ ແລະ ທ່ານັ່ງທີ່ສະບາຍ ໂດຍເຫຼືອພື້ນທີ່ເພື່ອຄວາມຜ່ອນຄາຍ. ເບາະຜ້າສີດໍາອອກແບບມາເພື່ອໃຫ້ຮອງຮັບທ່ານັ່ງສະບາຍ, ໜ້າຈໍສະແດງຂໍ້ມູນການຂັບຂີ່, ພວງມາໄລແບບ Multifunction ພ້ອມປຸ່ມຄວບຄຸມລະບົບສຽງ ແລະ ປຸ່ມໂທເຂົ້າ – ອອກ, ມີຊ່ອງປັບອາກາດສໍາລັບຜູ້ໂດຍສານດ້ານຫຼັງ ແລະ ລະບົບອໍານວຍຄວາມສະດວກອື່ນໆ.

ດ້ານຄວາມປອດໄພຮອນດ້າຊິຕີ້ ຈັດເຕັມ ມີກ້ອງຫຼັງປັບມຸມໄດ້ 3 ລະດັບ, ມີສັນຍານກັນຂະໂມຍ, ຖົງລົມນິລະໄພ 4 ໜ່ວຍ, ສໍາລັບສີລົດມີທັງໝົດ 6 ສີ.

ເຄື່ອງຈັກໃໝ່ Earth Dreams Technology i-VTEC 1,5 ລິດ 119 ແຮງມ້າ ເຕັມທີ່ກັບພະລັງການຂັບເຄື່ອນ ແລະ ການຮັກສາສິ່ງແວດລ້ອມໄດ້ດີຍິ່ງຂຶ້ນ ອັດຕາເລັ່ງໄດ້ດັ່ງໃຈ ດ້ວຍແຮງບິດ 145 ນິວຕັນ – ແມັດໃຫ້ຄວາມນຸ້ມນວນແຕ່ມີອັດຕາປະຢັດນໍ້າມັນດີຍິ່ງຂຶ້ນ.