ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIIIຈະຈັດຂຶ້ນອີກສອງວັນຂ້າງໜ້າ

119

ໃນໂອກາດທີ່ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ່ VIII ຈະດຳເນີນຂື້ນໃນລະຫວ່າງວັນທີ 2-3 ຕຸລາ 2020 ນີ້ ຄະນະບໍລິຫານງານພັກແຂວງຊຸດທີ່ VII ນຳໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະກະຕ່າດອກໄມ້ ຢູ່ອານຸສອນສະຖານຂອງປະທານ ໄກສອນ ພົມວິຫານ ແລະອານຸສອນສະຖານປະທານສຸພານຸວົງ ໃນຕອນເຊົ້າຂອງວັນທີ່ 1 ຕຸລານີ້.

ທັ້ງນີ້ກໍ່ເພື່ອລະນຶກເຖີງບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດ ກໍ່ໍ່ຄືຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ໍ່ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ພາຍຫຼັງສຳເລັດການວາງພວງມາລາ ແລະກະຕ່າດອກໄມ້ ຜູ້ແທນກອງປະຊຸມໃຫຍ່ໄດ້ເຂົ້າເຊື່ອມຊືມກົດລະບຽບ ແລະວາລະຂອງການດຳເນີນກອງປະຊຸມ, ພ້ອມທັງເຂົ້າຮ່ວມຊົມການວາງສະແດງຮູບພາບ ຜົນງານການເຄື່ອນໄຫວຂອງພະແນກການ-ກົມກອງ ແລະຜະລິດຕະພັນສີໄມ້ລາຍມື ຂອງສະຖາບັນການສຶກສາ ແລະຫົວໜ່ວຍທຸລະກິດພາຍໃນແຂວງຕື່ມອີກ.

ມີພວກເຮົາໃນວັນນິ້ກໍ່ຍ້ອນມີພວກເພິ່ນທີ່ເປັນຜູ້ນຳແສນເຄົາລົບຮັກໃນເມື່ອກ່ອນເປັນຜູ້ນຳໜ້າພາທາງ ພາສ້າງສາປະເທດຊາດເຮົາຈິ່ງກ້າວມາຮອດມື້ນີ້, ດັ່ງນັ້ນ, ກ່ອນການດຳເນີນກອງປະຊຸມໃຫຍ່ ບັນດາການນຳທຸກຂັ້ນຈິ່ງນຳພວງມາລາ ແລະ ດອກໄມ້ໄປວາງຕາມສະຖານທີ່ສຳຄັນ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຜູ້ນຳໃນລຸ້ນກ່ອນໆ.