ທ່ານເຈົ້າແຂວງ ທັດສະນະດີ ມີວິໄສທັດໂອ້ລົມພະນັກງານຫຼັກແຫຼ່ງ

341

ໃນໂອກາດທີ່ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ເຂົ້າຮ່ວມປະກາດການຈັດຕັ້ງຂອງແຂວງ ທີ່ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ ຜ່ານມາ ທ່ານໄດ້ເນັ້ນໜັກຫຼາຍບັນຫາຕໍ່ພະນັກງານຄຸ້ມຄອງ-ນໍາພາຫຼັກແຫຼ່ງຂອງແຂວງ ໂດຍສະເພາະບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະໄດ້ຮັບໜ້າທີ່ວຽກງານໃໝ່ ແລະເກົ່າ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດບາງວຽກທີ່ສໍາຄັນ ເປັນຕົ້ນຕ້ອງຍຶດໝັ້ນອຸດົມການ, ທາດແທ້ ແລະມູນເຊື້ອຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ-ຕໍ່ປະຊາຊົນ.

ພ້ອມນີ້ກໍ່ຕ້ອງຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອປະເທດຊາດ ແລະປະຊາຊົນ; ຕ້ອງມີຄວາມຕັດສິນໃຈສູງ ແລະມີຄວາມເອກະພາບສູງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະທັງເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດຕໍ່ຖັນແຖວພະນັກງານ-ສະມາຊິກພັກໃນແຕ່ລະແນກການ, ຂະແໜງການ ທີ່ຢູ່ໃນຄວາມຮັບຊອບຂອງຕົນ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ວຽກງານ, ມີຄວາສາມັກຄີແໜ້ນແຟ້ນ, ມີການຊ່ວຍເຫຼືອເຊິ່ງກັນ ແລະກັນ, ມີຄວາມຮັບຮູ້ ແລະເຂົ້າໃຈຢ່າງຖືກຕ້ອງຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ ແລະເຂົ້າຮ່ວມຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ເກີດດອກອອກຜົນ.

ພ້ອມທັງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ, ທັງມີການມອບ-ຮັບວຽກງານໃຫ້ກັນ ແລະກັນ ເປັນລາຍລັກອັກສອນ, ມີການປຶກສາຫາລື ແລະສົ່ງຂ່າວໃຫ້ກັນຢ່າງຕໍ່ເນື່ອງ; ຕ້ອງສືບຕໍ່ບຸກບືນ, ຖອດຖອນບົດຮຽນ ແລະຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະມີຄວາມກ້າວໜ້າຢູ່ສະເໝີ, ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ແລະຫາງສຽງຂອງອ້າຍ-ນ້ອງ, ຂອງສັງຄົມ ເພື່ອນໍາໄປຄົ້ນຄວ້າ ແລະວິເຄາະ-ວິໄຈຢ່າງຖີ່ຖ້ວນ; ວ່າອັນໃດດີເປັນປະໂຫຍດ ກໍສືບຕໍ່ເຜີຍແຜ່, ຜັນຂະຫຍາຍ ກົງກັນຂ້າມອັນໃດທີ່ເຫັນວ່າບໍ່ສອດຄ່ອງ, ບໍ່ເໝາະສົມທີ່ຕົນ ແລະໝູ່ຄະນະໃນການນໍາພາ, ຄຸ້ມຄອງ ແລະບັນຊາທີ່ຜ່ານມາ ແມ່ນຮີບຮ້ອນປ່ຽນແປງ, ແກ້ໄຂ ແລະຍອມຮັບດ້ວຍຄວາມຈິງໃຈ.

ບໍ່ຄວນຢຶດຕິດກັບອັນເກົ່າໆ, ຜູ້ເປັນຫົວໜ້າບໍ່ແມ່ນຜູ້ຮູ້ທັງໝົດ ຕ້ອງຫງ່ຽງຟັງຈາກຫຼາຍກະບອກສຽງຈາກໝາຍທິດ, ພ້ອມນັ້ນ ກໍໃຫ້ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ,ກ້າເຮັດ ແລະກ້າຮັບຜິດຊອບຕາມລະບຽບ-ກົດໝາຍຢ່າງເຂັ້ມງວດ; ຈົ່ງສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ປັບປຸງວຽກງານຂອງພະແນກການ-ອົງການຕົນໃຫ້ດີຂຶ້ນກວ່າເກົ່າ, ຮັບປະກັນໄດ້ປະສິດທິພາບ ແລະປະສິດທິຜົນໂດຍສະເພາະຄວາມວ່ອງໄວ, ທັນສະໄໝ, ປອດໄພ, ໂປ່ງໃສ ແລະຍຸຕິທໍາ.

ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍນັ້ນ ຕ້ອງຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະມອບໝາຍແບ່ງງານ, ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ, ເຮັດວຽກມີແຜນການ, ມີແຜນງານ ແລະໂຄງການລະອຽດຈະແຈ້ງ, ປະຕິບັດລະບອບສ່ອງແສງ ລາຍງານ ແລະຂໍທິດຊີ້ນໍາເປັນປົກກະຕິຕໍ່ເນື່ອງ, ມີການຊຸກຍູ້ຕິດຕາມກວດກາ ແລະມີການສະຫຼຸບຖອດຖອນບົດຮຽນເປັນປະຈໍາ, ອັນທີ່ສໍາຄັນຕ້ອງໄດ້ໄກ້ຊິດຕິດແທດກັບອ້າຍ-ນ້ອງ, ກັບຂັ້ນລຸ່ມ ແລະມະຫາຊົນ, ບໍ່ອາດຍາສິດ, ບໍ່ອະຄະຕິ, ບໍ່ຫຼິ້ນພັກແຍກພວກ, ບໍ່ຫຼິ້ນກິນຟຸມເຟືອຍ, ຕ້ອງເປັນແບບຢ່າງນໍາໜ້າໃນການເຮັດວຽກ.

ລວມທັງການດໍາລົງຊີວິດປອດໃສ-ລຽບງ່າຍ; ຕ້ອງເອົາໃຈໃສ່ເພີ່ມທະວີວຽກງານຕິດຕາມກວດກາໃນທຸກຂົງເຂດວຽກງານ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ເຂັ້ມງວດໃນການປະຕິບັດມະຕິ, ຄໍາສັ່ງ ແລະລະບຽບ-ກົດໝາຍ ເຮັດໃຫ້ກົງຈັກການຈັດຕັ້ງ ແລະຖັນແຖວພະນັກງານ-ສະມາຊິກພັກ ມີຄຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສືບຕໍ່ເອົາໃຈໃສ່ໄກ້ຊິດຕິດແທດກັບກົມກອງ, ຮາກຖານບ້ານ ແລະປະຊາຊົນບັນດາເຜົ່າ, ຕິດຕາມແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່່າງໆໃນສັງຄົມຢ່າງຕໍ່ເນື່ອງ.

ພ້ອມດຽວກັນນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ເນັ້ນຕ່ື່ມ ພາຍຫຼັງທີ່ສໍາເລັດການປະກາດການຈັດຕັ້ງແລ້ວ ໃຫ້ຮີບຮ້ອນສະຫຼຸບວຽກງານຮອບດ້ານ ເພື່ອມອບ-ຮັບໜ້າທີ່ວຽກງານ ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ ທັງນີ້ເພື່ອເຮັດໃຫ້ວຽກງານມີຄວາມຕໍ່ເນື່ອງ, ທັງຮັບປະກັນຊ່ອງວ່າງໃຫ້ຄົນບໍ່ດີສວຍໃຊ້ໂອກາດນີ ເພື່ອໂຈມຕີ, ໃສ່ຮ້າຍປ້າຍສີ, ສ້າງຄວາມແຕກແຍກພາຍໃນ ຕື່ມອີກ.

ທີ່ມາ: ຂ່າວເຊກອງ