ນວ ມີຫົວໜ່ວຍວິສາຫະກິດຊ້ຳກັນຫຼາຍກວ່າ 600 ຫົວໜ່ວຍ

168

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ເຜີຍທົ່ວນະຄອນຫຼວງວຽງຈັນ ( ນວ ) ມີຕົວເລກຫົວໜ່ວຍວິສາຫະກິດຊໍ້າຊ້ອນກັນ 623 ຫົວໜ່ວຍ ເນື່ອງຈາກລະບົບການຄຸ້ມຄອງມີການປັບປ່ຽນ ແລະ ມີການແບ່ງຂັ້ນໃນການຄຸ້ມຄອງ.

ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ ໃນວັນທີ 30 ກັນຍາ 2020 ທີ່ພະແນກ ອຄ.ນວ ໄດ້ມີການຈັດກອງປະຊຸມປຶກສາຫາລື   ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຫົວໜ່ວຍວິສາຫະກິດທີ່ບໍ່ມີຕົວຕົນໃນ ນວ ເພື່ອເຮັດແນວໃດເພື່ອຊ່ວຍຫາວິທີທາງອອກໃນການເກັບກຳຫົວໜ່ວຍທຸລະກິດ ໂດຍການເປັນປະທານຂອງ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ, ມີຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ບັນດາຫົວໜ້າຫ້ອງການ ອຄ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອຳພອນ ພັນນາມວົງ ຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ, ພະແນກ ອຄ.ນວ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການແຈ້ງຂຶ້ນທະບຽນວິສາຫະກິດຢູ່ໃນ ນວ ໃນໄລຍະຜ່ານມາ ແຕ່ເດືອນມັງກອນ 2008 ຫາ ເດືອນທັນວາ 2019 ສະຖິຕິຕົວເລກການແຈ້ງຂຶ້ນທະບຽນວິສາຫະກິດທັງໝົດ ມີ 52.174 ຫົວໜ່ວຍ ລວມຈໍານວນທຶນຈົດທະບຽນ 342.146 ຕື້ກີບ. ໃນນີ້, ການແຈ້ງຂຶ້ນທະບຽນວິສາຫະກິດ ລວມມີ 3 ພາກສ່ວນ ຄື:

1). ຂັ້ນກະຊວງ ອຄ ( ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ) ມີ 20.830 ຫົວໜ່ວຍ, ທຶນຈົດທະບຽນ ຈໍານວນ 302.170 ຕື້ກີບ;

2). ຂັ້ນພະແນກ ອຄ.ນວ    ( ຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ) ມີ 11.068 ຫົວໜ່ວຍ, ທຶນຈົດທະບຽນ ຈໍານວນ 36.891 ຕື້ກີບ.

3). ຂັ້ນເມືອງ ( ຫ້ອງການ ອຄ 9 ເມືອງ ) ມີ 20.276 ຫົວໜ່ວຍ, ທຶນຈົດທະບຽນ 3.084 ຕື້ກີບ.

ທ່ານ ນາງ ອຳພອນ ພັນນາມວົງ ກ່າວວ່າ: ກ່ອນການຈັດຕັ້ງປະຕິບັດຄໍາສັ່ງ 02/ນຍ ແລະ ຂໍ້ຕົກລົງເລກທີ 0023/ອຄ.ສທຄວ ລົງວັນທີ 09 ມັງກອນ 2019 ການແຈ້ງຂຶ້ນທະບຽນວິສາຫະກິດຂອງຂະແໜງການທີ່ກ່ຽວຂ້ອງແມ່ນໄດ້ເຮັດສະໂນດ ໄປຂໍຄຳເຫັນດີຈາກຂະແໜງການທີ່ກ່ຽວຂ້ອງກ່ອນ ເມື່ອຂະແໜງການກ່ຽວຂ້ອງແຈ້ງຕອບຄໍາເຫັນດີຫາພະແນກ ອຄ.ນວ ແລ້ວ ຈຶ່ງອອກໃບທະບຽນວິສາຫະກິດໃຫ້ ໂດຍມີການພິມກິດຈະການທີ່ໄດ້ຮັບຄຳເຫັນດີໃສ່ດ້ານຫຼັງໃບທະບຽນວິສາຫະກິດ ແລ້ວແນະນຳໃຫ້ນັກລົງທຶນໄປຫາຂະແໜງການທີ່ກ່ຽວຂ້ອງ ແລະ ສ່ວຍສາອາກອນ ປະຈຳ ນວ ເພື່ອໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບການ, ແຕ່ຍັງມີຫົວໜ່ວຍວິສາຫະກິດຈຳນວນໜຶ່ງ ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດແລ້ວກໍເຄື່ອນໄຫວເລີຍ ໂດຍບໍ່ໄປຂໍອະນຸຍາດດໍາເນີນທຸລະກິດຈາກຂະແໜງການກ່ຽວຂ້ອງ ແລະ ບໍ່ໄປແຈ້ງສ່ວຍສາອາກອນ ຈຶ່ງກໍ່ໃຫ້ເກີດມີຫົວໜ່ວຍວິສາຫະກິດທີ່ບໍ່ຕົວຕົນຈຳນວນໜຶ່ງ.

ພ້ອມດຽວກັນນີ້, ນັບແຕ່ວັນທີ 1 ກຸມພາ 2019 ເປັນຕົ້ນມາ ການເລີ່ມຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ແລະ ຂໍ້ຕົກລົງເລກທີ 0023 /ອຄ.ກທຄວ ລົງວັນທີ 09 ມັງກອນ 2019 ການແຈ້ງຂຶ້ນທະບຽນວິສາຫະກິດ ແມ່ນໄດ້ຮັບຕົວເລກປະຈໍາຕົວເສຍອາກອນໄປພ້ອມກັນເລີຍ ເຊິ່ງເຮັດໃຫ້ຈໍານວນຕົວເລກການແຈ້ງຂຶ້ນທະບຽນວິສາຫະກິດ ແລະ ຈຳນວນຕົວເລກອາກອນຖືກຕ້ອງ ( ບໍ່ຜິດດ່ຽງກັນ ).

ຈາກສະພາບດັ່ງກ່າວມາຮອດເດືອນທັນວາ 2017 ສ່ວຍສາອາກອນປະຈໍາ ນວ ໄດ້ເຮັດໃບກິດສຳພັນສົ່ງໃຫ້ພະແນກ ອຄ.ນວ ກ່ຽວກັບຫົວໜ່ວຍວິສາຫະກິດທີ່ບໍ່ແຈ້ງເສຍອາກອນ ຈໍານວນ 1.358 ຫົວໜ່ວຍ ແລະ ຜ່ານການຄົ້ນຄວ້າຂອງພະແນກ ອຄ.ນວ ( ຂະແໜງການທະບຽນ ແລະ ຄຸ້ມຄອງວິສາຫະກິດ ) ເຫັນວ່າຈຳນວນວິສາຫະກິດດັ່ງກ່າວໄດ້ແຈ້ງຂຶ້ນທະບຽນວິສາຫະກິດຢູ່ຂັ້ນກົມ ມີຈຳນວນ 1.009 ຫົວໜ່ວຍ, ຂັ້ນພະແນກ ມີ 349 ຫົວໜ່ວຍ ແລະ ໃນນີ້ມີວິສາຫະກິດຈໍານວນໜຶ່ງຍັງເຄື່ອນໄຫວເປັນປົກກະຕິ ແຕ່ບໍ່ມີກຳໄລ.

ນອກນັ້ນ, ຍັງມີຫົວໜ່ວຍວິສາຫະກິດທີ່ອອກທະບຽນຊໍ້າຊ້ອນກັນ ພາຍໃນ 9 ຕົວເມືອງ ຂອງ ນວ ມີຈໍານວນທັງໝົດ 623 ຫົວໜ່ວຍ. ໃນນັ້ນ, ເມືອງຈັນທະບູລີ ມີ 150 ຫົວໜ່ວຍ; ສີສັດຕະນາກ 208 ຫົວໜ່ວຍ; ສີໂຄດຕະບອງ 126 ຫົວໜ່ວຍ; ສັງທອງ 8 ຫົວໜ່ວຍ; ນາຊາຍທອງ 21 ຫົວໜ່ວຍ; ຫາດຊາຍຟອງ 16 ຫົວໜ່ວຍ; ໄຊທານີ 63 ຫົວໜ່ວຍ ແລະ ໄຊເສດຖາ 31 ຫົວໜ່ວຍ.

ທ່ານ ສຸລິຄຳ ແຈ້ງສະຫວ່າງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຄ ກ່າວວ່າ: ການອອກທະບຽນຊ້ຳຊ້ອນກັນເກີດມາຈາກໃນໄລຍະຜ່ານມາ ລະບົບຄຸ້ມຄອງການຂຶ້ນທະບຽນວິສາຫະກິດ ພວກເຮົາກໍໄດ້ມີການປ່ຽນໄປຫຼາຍວິທີການ, ມີການແບ່ງຂັ້ນຄຸ້ມຄອງ, ຂັ້ນອອກທະບຽນ. ສະນັ້ນ, ບາງອັນຈຶ່ງເຮັດໃຫ້ພວກເຮົາເຂົ້າໃຈບໍ່ເປັນເອກະພາບກັນທັງໝົດ. ແຕ່ຢ່າງໃດກໍຕາມ, ໃນການຊ້ຳຊ້ອນກັນໃນທາງກົດໝາຍກໍສາມາດລົບລ້າງໄດ້. ພ້ອມດຽວກັນນັ້ນ, ປະທານກອງປະຊຸມໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງປຶກສາຫາລືປະສານງານກັນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອເຮັດແນວໃດຊ່ວຍຫາວິທີທາງອອກໃນການເກັບກຳຫົວໜ່ວຍທຸລະກິດບໍ່ໃຫ້ມີການຊ້ຳຊ້ອນກັນ.