ອັນຕະລາຍຈາກ “ແຂ້ວແມງ” ຢ່າປ່ອຍປ່ະໄວ້ ອາດອັນຕະລາຍເຖິງຊີວິດ

532

ແຂ້ວແມງ ເກີດໄດ້ຈາກຫຼາຍສາເຫດ ຫາກປ່ອຍປ່ະໄວ້ບໍ່ຮີບຮັກສາ ອາດຈະແຜ່ລາມໄປເຖິງປະສາດແຂ້ວເຮັດໃຫ້ເກີດການອັກເສບ ແລະ ຕິດເຊື້ອປາຍຮາກແຂ້ວ ເກີດເປັນໜອງສົ່ງຜົນຕໍ່ລະບົບການກືນອາຫານ, ການຫາຍໃຈ ຫຼື ການເບິ່ງເຫັນໄດ້.

ສາເຫດຂອງການເກີດແຂ້ວແມງ

ແຂ້ວແມງ ເກີດຈາກການມີເສດອາຫານໄປຄ້າງຢູ່ຕາມຫວ່າງແຂ້ວ ຫຼື ມີນ້ຳຕານຈາກອາຫານທີ່ເຮົາກິນສຳຜັດກັບແຂ້ວຢ່າງຕໍ່ເນືອງຈຶ່ງເຮັດໃຫ້ເຊື້ອແບັດທີເຣຍທີ່ຢູ່ເທິງແຜ່ນຄາບຈຸລິນຊີ ສ້າງກົດທີ່ມີລິດທຳລາຍຜິວແຂ້ວຈຶ່ງເຮັດໃຫ້ແຂ້ວຖືກກັດທຳລາຍເປັນຮູ ຈາກຊັ້ນເຄືອບແຂ້ວພາຍນອກເຂົ້າໄປໃນເນື້ອແຂ້ວ.

ອັນຕະລາຍຂອງອາການ “ແຂ້ວແມງ”

ຈະເຮັດໃຫ້ສຽວແຂ້ວ ເມື່ອຮັບປະທານອາຫານຮ້ອນ ຫຼື ເຢັນ ຈາກການທີ່ຜິວແຂ້ວຖືກກັດທຳລາຍຈົນເປັນຮູຈາກຊັ້ນເຄືອບແຂ້ວພາຍນອກເຂົ້າໄປໃນເນື້ອແຂ້ວ.

“ເຈັບແຂ້ວ” ຮາກແຂ້ວອັກເສບເປັນໜອງຈາກການທີ່ແຂ້ວແມງທະລຸເຖິງຊັ້ນປະສາດແຂ້ວ

ຫາກເກີດອາການອັກເສບເປັນໜອງ ອາດສ່ຽງຕິດເຊື້ອລຸກລາມໄປຍັງສ່ວນຕ່າງໆຂອງຮ່າງກາຍ ເຊັ່ນ: ຕາ, ລຳຄໍ, ໂພງໄຊນັດ, ສະໝອງ ແລະ ລະບົບທາງເດີນຫາຍໃຈ ຊຶ່ງເຮັດໃຫ້ສົ່ງຜົນກະທົບຕໍ່ຄວາມສາມາດໃນການກິນອາຫານ ການຫາຍໃຈຈົນໄປເຖິງການເບິ່ງເຫັນ.

ວິທີປ້ອງກັນອາການແຂ້ວແມງ

1 ຄວນພົບທັນຕະແພດເພື່ອເຮັດການກວດສຸຂະພາບຊ່ອງປາກ ແລະ ແຂ້ວເປັນປະຈຳທຸກ 6 – 12 ເດືອນ ເພື່ອເຮັດການຮັກສາຕັ້ງແຕ່ທຳອິດທີ່ຍັງບໍ່ມີອາການ ແລະ ສາມາດຮັກສາໃຫ້ກ່ອນທີ່ພະຍາດຈະລຸກລາມຫຼາຍຂຶ້ນ.

2 ກວດຊ່ອງປາກຂູດຫີນປູນ ແລະ ທຳຄວາມສະອາດແຂ້ວ ເຊິ່ງຈະຊ່ວຍຫຼຸດການເກີດພະຍາດແຂ້ວແມງ ຊ່ວຍປ້ອງກັນ ແລະ ຍັບຍັ້ງບັນຫາໃນຊ່ອງປາກ ແລະ ພະຍາດແຂ້ວອື່ນໆ.

3 ຄວນຖູແຂ້ວຢ່າງໜ້ອຍມື້ລະສອງເທື່ອໃນຕອນເຊົ້າ ແລະ ກ່ອນນອນ ແລະ ໃຊ້ໄໝຂັດແຂ້ວເພື່່ອຊ່ວຍທຳຄວາມສະອາດຫວ່າງແຂ້ວທີ່ຂົນຂອງໄມ້ຖູແຂ້ວເຂົ້າໄປບໍ່ເຖິງ.
ການປ້ອງກັນແຂ້ວແມງ ຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ຄວນມັ່ນສັງເກດແຂ້ວຂອງຕົນເອງ ຫຼຸດອາຫານ ແລະ ເຄື່ອງດື່ມທີ່ມີນ້ຳຕານສູງ ເລືອກອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ກິນອາຫານໃຫ້ເປັນເວລາບໍ່ຄວນກິນຈຸບຈິບ ແລະ ເຮັດຄວາມສະອາດແຂ້ວໃຫ້ສະອາດຢູ່ສະເໝີຈະຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດແຂ້ວແມງໄດ້.