Monthly Archives: September, 2020

ທະນາຄານ ບີໄອຊີລາວ ຮ່ວມມືກັບ ບໍລິສັດ ສະຕາຟິນເທັກ ກຽມໃຫ້ບໍລິການດ້ານການເງິນເອເລັກໂຕຣນິກ

ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ( u - money ) ຮ່ວມກັບ ທະນາຄານ ບີໄອຊີ ລາວ ຈໍາກັດ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ເຊື່ອມຕໍ່ການຊໍາລະຮ່ວມກັນ ເພື່ອຕອບສະໜອງການບໍລິການດ້ານການເງິນເອເລັກ ໂຕຣນິກໃຫ້ລູກຄ້າ. ພິທີລົງນາມດັ່ງກ່າວໄດ້ມີຂຶ້ນໃນວັນທີ 7 ກັນຍາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ...

ສໍາມະນາໂອກາດໃນການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ( ສຄຄຊ ) ຮ່ວມກັບຕະຫຼາດຫຼັກຊັບລາວ ( ຕລຊລ ) ແລະ ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ ໂອກາດໃນການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ ”. ທ່ານ ອຶນ ຊອນ ຮວາງ ຮອງຜູ້ອໍານວຍການໃຫຍ່ ຕລຊລ ກ່າວວ່າ: ພະຍາດໂຄວິດ - 19 ໄດ້ສົ່ງຜົນກະທົບໃຫ້ເສດຖະກິດທົ່ວໂລກມີຜົນກະທົບ. ຄຽງຄູ່ກັນນັ້ນ,...

ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວ 6,7%

ໃນ 5 ປີຜ່ານມາ ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວສະເລ່ຍໃນລະດັບ 6,7% ຕໍ່ປີ ມູນຄ່າການລົງທຶນພາກເອກະຊົນເພີ່ມຂຶ້ນ, ໂຄງປະກອບເສດຖະກິດຍັງສືບຕໍ່ຫັນປ່ຽນຕາມທິດທີ່ຕັ້ງໜ້າ, ລາຍໄດ້ຕໍ່ຫົວຄົນ ເທົ່າກັບ 3.031 ໂດລາຕໍ່ຄົນຕໍ່ປີ. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ...

ທະນາຄານນະໂຍບາຍ ສະໜອງສິນເຊື່ອແລ້ວ 3 ພັນຕື້ກີບ

ທະນາຄານນະໂຍບາຍ ( ທນບ ) ຮັບການສ້າງຕັ້ງຢ່າງເປັນທາງການໃນຕົ້ນປີ 2007 ຮອດປັດຈຸບັນສາມາດສະໜອງສິນເຊື່ອແລ້ວ 3 ພັນຕື້ກີບ, ໃນນັ້ນປ່ອຍໃຫ້ຂະແໜງກະສິກໍາ - ປ່າໄມ້ ອັນດັບ 1 ຮອງລົງມາຂະແໜງບໍລິການ. ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການ ທນບ ໄດ້ກ່າວໃນທີ່ປະຊຸມວິຊາສະເພາະທີ່ຈັດຂຶ້ນໃນເດືອນສິງຫາ 2020 ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານສິນເຊື່ອ, ຮອດທ້າຍປີ...

ຈໍາໜ່າຍພັນທະບັດລັດຖະບານ ມູນຄ່າ 1.500 ຕື້ກີບ

ການຈໍາໜ່າຍພັນທະບັດລັດຖະບານທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໃນ 2 ຄັ້ງຜ່ານມາ ຖືວ່າປະສົບຜົນສໍາເລັດເກີນກວ່າເປົ້າໝາຍທີ່ກໍານົດໄວ້. ຫຼ້າສຸດໄດ້ຮັບອະນຸຍາດເປັນຄັ້ງທີ 3 ໂດຍແມ່ນ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ BCEL-KT ຈໍາກັດ ແລະ ບໍລິສັດ ຫຼັກຊັບ ລາວ - ຈີນ ຈໍາກັດ ເປັນຜູ້ອອກຈໍາໜ່າຍພັນທະບັດທັງໝົດ 1.500...

ທັດດາວວີ ຜູ້ຊາຍຫຸ່ນໝີ ແລ່ນປ່ຽນຊີວິດຈາກ 100 ກວ່າໂລເຫຼືອ 70 ຍ້ອນຄວາມມຸ້ງໝັ້ນ

ຂໍສະແດງຄວາມຍິນດີກັບທ່ານ ທັດດາວວີ ສີກະເສີມຄ່ຽມ ນັກແລ່ນສາຍໂຫດ ທີ່ສາມາດຄວ້າແຊັມແລ່ນທາງໄກປະເທດລາວ ໃນງານແລ່ນ Virtual Run Laos Challenge 2020 ໃນໄລຍະທາງ 1.569 ກິໂລແມັດ ຈາກໃຕ້ສຸດຫາເໜືອສຸດ (ອັດຕະປື - ຜົ້ງສາລີ) ຂອງປະເທດລາວ ເປັນຄົນທຳອິດ ເຊິ່ງໃນການແຂ່ງຂັນໃນຄັ້ງນີ້ຂອງທ່ານ ທັດດາວວີ ແມ່ນໃຊ້ເວລາພຽງ 1...

ປະກາດຊັບຊ້ອນ ມອບໝາຍໜ້າທີ່ໃຫ້ພະນັກງານ-ນັກຮົບ ແລະ ປະກາດການເລື່ອນຊັ້ນໃຫ້ນາຍສິບ ຢູ່ວິທະຍາຄານກົມມະດໍາ

ຕອນເຊົ້າຂອງວັນທີ 8 ກັນຍາ 2020 ຢູ່ວິທະຍາຄານກົມມະດໍາ ໄດ້ມີພິທີປະກາດ ຊັບຊ້ອນມອບຫມາຍຫນ້າທີ່ ໃຫ້ພະນັກງານ-ນັກຮົບ ແລະ ປະກາດເລື່ອນຊັ້ນ ໃຫ້ນາຍສິບ ຢູ່ວິທະຍາຄານກົມມະດໍາ ພາຍໃຕ້ການເປັນປະທານ ຂອງ ທ່ານ ພັນເອກ ຄໍາແອ້ວ ໜໍາທະພັນ ຮອງອໍານວຍການ ຫົວຫນ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ; ມີພະແນກການ, ກອງພັນ ຕະຫຼອດຮອດພະນັກງານ-ນັກຮົບ...

ຄຸນປະໂຫຍດ ແລະ ໂທດ ຂອງຫົວກະທຽມ

ກະທຽມເປັນຕະກູນພືດລົ້ມລຸກມີລຳຕິດໃຕ້ດິນຊະນິດຫົວ, ຫົວກະທຽມມີລັກສະນະເປັນກີບຫຼາຍໆກີບເກາະຕິດຈຸ້ມກັນ, ມີເຈ້ຍສີຂາວອົມບົວຫຸ້ມກີບໄວ້, ສ່ວນເນື້ອກະທຽມ ແມ່ນເປັນສີຂາວ, ໃບສີຂຽວໃບລ້ຽງດ່ຽວ ຮຽວຍາວ, ມີດອກສີຂາວເປັນຊໍ່ານ້ອຍໆ. ສັບພະຄຸນທາງດ້ານອາຫານ ແລະ ຢາ: ທັງຕົ້ນ, ຮາກ, ໃບ ແລະ ຫົວ ມັນແມ່ນລ້ວນແລ້ວແຕ່ເປັນຢາທາງສະໝຸນໄພ, ແຜນບູຮານໃນຕົ້ນກະທຽເປັນຢາບຳບັດການໄອ, ແກ້ໄຂ້ຫວັດ, ແກ້ຫຼອດລົມອັກເສບຊໍ້າເຮື້ອ, ແກ້ຄວາມດັນໂລຫິດສູງ, ເສັ້ນເລືອດບອບບາງ, ບັນເທົາອາການຖອກທ້ອງ, ຂັບລົມ ແລະ...

ການາດາ ບັນລຸຂໍ້ຕົກລົງຊື້ວັກແຊັງຕ້ານໂຄວິດຈາກສະຫະລັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການາດາ ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນໃນການຊື້ວັກແຊັງຕ້ານໂຄວິດ - 19 ຈາກບໍລິສັດຜູ້ຜະລິດຢາລາຍໃຫຍ່ 2 ແຫ່ງ ຈາກສະຫະລັດອາເມຣິກາ ຄື: ບໍລິສັດໂນວາແວັກ ແລະ ບໍລິສັດຈອນສັນ ແອນ ຈອນສັນ ທີ່ກຳລັງຢູ່ໃນຂັ້ນຕອນການທົດລອງໃນມະນຸດຂັ້ນສຸດທ້າຍ. ທັງນີ້, ການາດາ ຫາກໍບັນລຸຂໍ້ຕົກລົງໃນລັກສະນະດຽວກັນກັບ ບໍລິສັດ ໄຟເຊີ ແລະ ໂມເດີນາ ລວມທັງການເຈລະຈາຂໍຊື້ແວັກແຊັງຕ້ານໂຄວິດຈາກ ບໍລິສັດ...

ພາຍຸໄຕ້ຝຸ່ນໄຫ່ເສິນ ພັດເຂົ້າ ສ.ເກົາຫຼີ ລັດຖະບານຍົກລະດັບເຕືອນໄພສູງສຸດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພາຍຸໄຕ້ຝຸ່ນໄຫ່ເສິນ ໄດ້ພັດເຂົ້າ ສ.ເກົາຫຼີ ເມື່ອວັນທີ 7 ກັນຍານີ້ ດ້ວຍຄວາມໄວ 126 ກິໂລແມັດ/ຊົ່ວໂມງ, ທາງການ ສ.ເກົາຫຼີ ຕ້ອງຍົກລະດັບເຕືອນໄພຂຶ້ນສູ່ລະດັບ 4 ເຊິ່ງເປັນລະດັບສູງສຸດຂອງລະບົບເຕືອນໄພ, ຫຼັງຈາກທີ່ພາຍຸດັ່ງກ່າວພັດຖະຫຼົ່ມພາກໃຕ້ຂອງປະເທດຍີ່ປຸ່ນ ເມື່ອທ້າຍອາທິດຜ່ານມາ. ພາຍຸໄຕ້ຝຸ່ນໄຫ່ເສິນ ມີຄວາມໄວເຖິງ 126 ກິໂລແມັດຕໍ່ຊົ່ວໂມງ ໄດ້ພັດຂຶ້ນຝັ່ງ ສ.ເກົາຫຼີ ເຮັດໃຫ້ຫຼາຍພື້ນທີ່ໄດ້ຮັບຜົນກະທົບ ລວມທັງເກາະ...
- Advertisment -
Slide
Slide

Most Read

error: Content is protected !!