ໄຊຍະບູລີ ຍົກລະດັບລະບົບຄຸ້ມຄອງຂໍ້ມູນລັດຖະກອນແບບເອເລັກໂຕຣນິກ

110

ຊຸດອົບຮົມລະບົບຄຸ້ມຄອງຂໍ້ມູນລັດຖະກອນແບບເອເລັກໂຕຣນິກ ໃຫ້ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2020 ນີ້ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄໍາສີ ແພງສະຫວັນ ຫົວໜ້າພະແນກພາຍໃນແຂວງ, ທ່ານ ຄໍາກອງ ລາວລີ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງ   ແຂວງ, ຜູ້ຮັບຜິດຊອບວຽກງານກວດຜ່ານບັນຊີຈໍານວນພົນ ແລະ ຜູ້ຄິດໄລ່ເງິນເດືອນເຂົ້າຮ່ວມ.

ທ່ານ ຄໍາສີ ແພງສະຫວັນ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ກໍເພື່ອເປັນການສືບຕໍ່ປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝການຄຸ້ມຄອງສະຖິຕິຈໍານວນພົນພະນັກງານ – ລັດຖະກອນກັບບັນຊີກິນເງິນເດືອນ, ເງິນນະໂຍບາຍຂອງພະນັກງານລັດຖະກອນ ຕ້ອງຖືກກັບ ຄວາມເປັນຈິງ ເພື່ອສ້າງຄວາມຮັບຮູ້ ແລະ ເປັນເອກະພາບກ່ຽວກັບລະບົບຄຸ້ມຄອງການອອກບັດເຊື່ອມຕໍ່ຂໍ້ມູນລັດຖະກອນ, ເຊື່ອມຕໍ່ກັບລະບົບເບີກຈ່າຍເງິນເດືອນຜ່ານຕູ້ ATM ລະບົບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ເຊື່ອມຕໍ່ບັດປະກັນສັງຄົມ ອັນຈະເປັນພື້ນຖານຂໍ້ມູນພະນັກງານ – ລັດຖະກອນເຊື່ອມຈາກປະຫວັດ 2 ໜ້າ 4 ໜ້າ ເພື່ອເປັນຂໍ້ມູນເອເລັກໂຕຣນິກ.

ຊຸດອົບຮົມຈະໃຊ້ເວລາ 5 ວັນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແຈ້ງການເລກທີ 199/ຫສນຍ ລົງວັນທີ 5 ກຸມພາ 2019 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານອອກບັດພະນັກງານ – ລັດຖະກອນ, ການເຊື່ອມຕໍ່ລະບົບເງິນເດືອນກັບບັນຊີຈໍານວນພົນເປັນບັນຊີອັນດຽວ ແລະ ຂະຫຍາຍການນໍາໃຊ້ລະບົບຂໍ້ມູນລັດຖະກອນຢູ່ທ້ອງຖິ່ນ, ລະບົບຄຸ້ມຄອງລັດຖະກອນແບບເອເລັກໂຕຣນິກ, ຕິດຕັ້ງລະບົບຄຸ້ມຄອງຂໍ້ມູນລັດຖະກອນ.

[ ຂ່າວ: ບຸນທີ ]