ເມືອງບົວລະພາ ມອບເຂົ້າຊ່ວຍເຫຼືອ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19

174

ວັນທີ 24 ກັນຍາ 2020 ທີ່ຜ່ານມາ ທີ່ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີມອບ – ຮັບເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ໃນບ້ານເປົ້າໝາຍຂອງແຜນງານລາວ/030 ໃຫ້ແກ່ພໍ່ແມ່ປະຊາຊົນ 14 ບ້ານເປົ້າໝາຍ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ພູວຽງ ສີສູນທອນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ທ່ານ ປີເຕີ້ ກ໋າຍ ຫົວໜ້າທີ່ປຶກສາສາກົນປະຈຳແຜນງານລາວ 030 ແຂວງຄຳມ່ວນ.

ຈຸດປະສົງໃນພິທີມອບ – ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ກໍເພື່ອຊ່ວຍເຫຼືອແກ້ໄຂຜົນກະທົບຈາກພະຍາດໂຄ  ວິດ – 19 ໃຫ້ກັບບ້ານເປົ້າໝາຍທັງ 42 ບ້ານ ພາຍ  ໃນເມືອງບົວລະພາ ໂດຍ    ໄດ້ແບ່ງອອກເປັນ 2 ຈຸດ  ມອບ – ຮັບ ຄື: ເຂດພາກເໜືອຂອງເມືອງ ແລະ ເຂດຈຸດສຸມຫຼັງຄັງ – ວັງມະເນີ ເຊິ່ງເຄື່ອງຊ່ວຍເຫລືອທີ່ນໍາມາມອບໃນຄັ້ງນີ້ ມີ: ເຂົ້າສານ, ເຄື່ອງຮັບໃຊ້ທົ່ວໄປໃນການປ້ອງກັນພະຍາດໂຄວິດ 19 ແລະ ເງິນຈຳນວນໜຶ່ງ .

[ ຂ່າວ: ບຸນປະພາດ ]