ເຈົ້ານະຄອນໄກສອນ ພົມວິຫານ ລົງຕິດຕາມການແກ້ໄຂສຸກເສີນຮ່ອງລະບາຍແຄມທາງເລກ 9B

211

ເພື່ອເຮັດໃຫ້ເທສະບານນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີຄວາມສະອາດສວຍງາມ ມາໃນວັນທີ 22 ກັນຍາ 2020 ນີ້ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ ໄດ້ລົງຕິດຕາມສຳຫຼວດເບິ່ງການແກ້ໄຂສຸກເສີນຮ່ອງລະບາຍນ້ຳແຄມທາງເລກ 9B ເຂດບ້ານໂພນຊາຍ ແລະ ເຂດວົງວຽນກະບອງໃຫຍ່.

ສຳລັບການແກ້ໄຂສຸກເສີນໃນຄັ້ງນີ້ແມ່ນໄດ້ນໍາໃຊ້ກົນຈັກສົມທົບກັບແຮງງານຂອງປະຊາຊົນບ້ານໂພນຊາຍ ທີ່ຕື່ນຕົວເປັນເຈົ້າການຢາກແກ້ໄຂບັນຫານໍ້າຖ້ວມຂັງໃນລະດູຝົນ ທີ່ຊໍ້າເຮື້ອມາແຕ່ລະປີ, ທັງນີ້ກໍເພື່ອເຮັດໃຫ້ນ້ຳໄຫຼສະດວກຂຶ້ນຕື່ມ.

ໂອກາດນີ້, ທ່ານ ແສງທອງ ວັງແກ້ວມະນີ ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ຜູ້ປະກອບການເອົາໃຈໃສ່ປະຕິບັດຕາມແຈ້ງການຂອງເຈົ້ານະຄອນໃນໄລຍະຜ່ານນັ້ນ ໂດຍສະເພາະການຕໍ່ຮ້ານຕໍ່ເທີບກາຍເຂດສະຫງວນຂອງທາງຄົນຍ່າງ, ທັງນີ້ກໍເພື່ອໃຫ້ນະຄອນໄກສອນ ພົມວິຫານ ຂອງພວກເຮົາມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ ອັນເປັນການສ້າງເງື່ອນໄຂໃຫ້ນະຄອນບັນລຸຄາດໜາຍ 6 ສ ຄື: ສ.ສະອາດ, ສ.ສະຫງົບ, ສ.ສີຂຽວ,    ສ.ສະຫວ່າງ, ສ.ສະເໜ່ ແລະ    ສ.ສີວິໄລໃຫ້ປາກົດຜົນເປັນຈິງໄປເທື່ອລະກ້າວ.

[ ຂ່າວ: ນະຄອນໄກສອນ ພົມວິຫານ ]