ອັດຕະປື ຕີລາຄາຄືນວຽກງານບໍລິຫານການສຶກສາ ແລະ ກີລາ

237

ພະແນກສຶກສາທິການ ແລະ ກີລາ ແຂວງອັດຕະປື ໄດ້ໄຂກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວແຂວງ ປະຈຳສົກຮຽນ 2019 – 2020 ແລະ ຜ່ານທິດທາງແຜນການ ປະຈຳສົກຮຽນ 2020 – 2021 ໃນວັນທີ 25 ກັນຍາ 2020 ເຂົ້າຮ່ວມຊີ້ນໍາກອງປະຊຸມຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື, ມີຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກີລາ, ພ້ອມດ້ວຍຄະນະ  ຜູ້ບໍລິຫານການສຶກສາ ແລະ ກີລາທົ່ວແຂວງເຂົ້າຮ່ວມ.

ທ່ານ ຄຳພູນ ແກ້ວມາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ໄດ້ສະຫຼຸບການຈັດຕັ້ງປະຕິບັດການຮຽນ – ການສອນໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນບັນດາວຽກຈຸດສຸມ, ນະໂຍບາຍ ແລະ ຍຸດທະສາດຕ່າງໆ ໂດຍສະເພາະໃນຈໍານວນ 15 ຄາດໝາຍຫຼັກ ຂອງແຜນ 8 ງານການສຶກສາທີ່ກໍານົດໃນແຜນ, ມີ 5 ຄາດໝາຍໃກ້ຈະບັນລຸ ແລະ 10 ຄາດໝາຍຈະຕ້ອງໄດ້ສູ້ຊົນຫຼາຍຂຶ້ນ.

ສົກຮຽນ 2019 – 2020 ຜ່ານມາ ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ ຫຼຸດລົງຈາກ 49,7% ເປັນ 48,8%, ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 71,8% ເປັນ 74,0%, ອັດຕາເຂົ້າຮຽນໃໝ່ສຸດທິ ບັນລຸໄດ້ 97,4%, ອັດຕາຄ້າງຫ້ອງຊັ້ນປະຖົມ ຫຼຸດລົງຈາກ 7,9% ເປັນ 6,3% ແລະ ຈໍານວນເມືອງທີ່ບັນລຸອັດຕາເຂົ້າຮຽນລວມໃໝ່ ປ 5 ສູງກວ່າ 95% ບັນລຸໄດ້ 4 ເມືອງເທົ່າເດີມ.

ອັດຕາການປະລະການຮຽນ ຂັ້ນ ປ 1 ຫຼຸດລົງຈາກ 8,4% ເປັນ 7,2%, ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນ ຫຼຸດລົງຈາກ 77,4% ເປັນ 74,7%, ອັດຕາຄ້າງຫ້ອງຂັ້ນ ປ 1 ຍັງຢູ່ໃນລະດັບ 13,8%, ອັດຕາປະລະການຮຽນຊັ້ນປະຖົມສຶກສາ ຍັງຢູ່ໃນລະດັບ 5,8%, ອັດຕາລອດເຫຼືອຮອດ ປ 5 ບັນລຸໄດ້ 76,0%, ອັດຕາປະລະການຮຽນຊັ້ນມັດທະຍົມຕອນຕົ້ນ ຍັງຢູ່ໃນລະດັບ 11,0%, ອັດຕາປະລະການຮຽນຊັ້ນມັດທະຍົມຕອນປາຍ ຍັງຢູ່ໃນລະດັບ 7,3%.

ພ້ອມນັ້ນ, ໃນສົກຮຽນຜ່ານມາໄດ້ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະ ບັນລຸໄດ້ 2,2%, ນັກຮຽນທີ່ຮຽນ  ຈົບຊັ້ນມັດທະຍົມຕອນປາຍໄດ້ເຂົ້າຮຽນຕໍ່ວິຊາຊີບບັນລຸໄດ້ 47,2%, ຈໍານວນເມືອງທີ່ບັນລຸອັດຕາເຂົ້າຮຽນລວມໃໝ່ຮອດຂັ້ນ ມ 4 ຂອງນັກຮຽນຍິງ ສູງ ກວ່າ 70% ບັນລຸໄດ້ 1 ເມືອງ, ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກີລາ – ກາຍະກໍາ ບັນລຸໄດ້ 19,50% ຂອງພົນລະເມືອງທັງໝົດທົ່ວແຂວງ.

( ຂໍ້ມູນ – ຮູບ : ວັດທະນາ )